ຄວາມເປັນມາຂອງ ອົງການພຸດທະສາສະນາສໍາພັນລາວ
ນັບແຕ່ປະເທດຊາດໄດ້ຮັບການສະຖາປະນາເປັນລະບອບໃຫມ່ ພຸດທະສາສະນາກໍໄດ້ຫັນປ່ຽນປັບປຸງເປັນອັນໃຫມ່ເຊັ່ນດຽວກັນເພື່ອໃຫ້ເປັນອົງກອນທີ່ມີຄວາມຍຶດໝັ້ນໃນອຸດົມການຂອງພັກປະຊາຊົນປະຕິວັດລາວ ແລະ ບໍ່ໃຫ້ມີການບິແບ່ງພັກພວກ ນິກາຍນີ້ ນິກາຍນັ້ນ ເພາະວ່າກ່ອນການປະຕິວັດຊາດມາເປັນລະບອບໃໝ່ຄື ສາທາລະນະລັດ ປະຊາຊົນລາວ ປະເທດລາວຂອງພວກເຮົາໄດ້ມິສາສະນາພຸດຢັ້ງຮາກຖານຢຸ່ແລ້ວ ແຕ່ພຸດທະສາສະນາໄດ້ເກີດມີການແບ່ງເປັນນິກາຍຄື ພັກ ລັດຖືວ່າການແບ່ງພຣະສົງແບບນີ້ ມັນຫາກເຫງົ້າເຫຼົ່າກໍແຫ່ງຄວາມແຕກແຍກ ແລະ ທັງເປັນການເປິດສວຍໂອກາດໃຫ້ພວກປະຕິການ ພວກກະບົດນໍາໃຊ້ສາສະນາເປັນເຄື່ອງມືທໍາລາຍລະບອບໃໝ່ຂອງພວກເຮົາ. ດ້ວຍເຫດດັ່ງກ່າວນັ້ນ, ຢືນຢູ່ທ່າມກາງບັນຍາກາດສັງກາດແຫ່ງຍຸກສະໄໝໃໝ່ຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ອົງກອນຂອງພຣະສົງທີ່ມີຄວາມຄິດແຕ່ງກັນໄດ້ຖຶກລຶບລ້າງແລ້ວໃຫ້ລວມເປັນອົງກອນດຽວກັນ ແລະ ໃສ່ຊື່ວ່າ ພຣະສົງລາວ ແລະ ເປັນສຸນລວມຈິດວິນຍານຂອງປະຊາຊົນລາວບັນດາເຜົ່າພາຍໃນຂອບເຂດທົ່ວປະເທດ

ไม่มีความคิดเห็น:
แสดงความคิดเห็น