ລາຍຊື່ປະທານອົງການພຸດທະສາສະນາສໍາພັນລາວ
ປະທານ ອພສ
ພາຍຫຼັງທີ່ ປະເທດຊາດໄດ້ຮັບຄວາມເປັນເອກະລາດ ອິດສາລະພາບ ອະທິປະໄຕແລ້ວ ກົງຈັກການຈັດຕັ້ງຂອງພຣະສົງລາວກໍໄດ້ຮັບການເຊິດຊູສູງເດັ່ນຂຶ້ນ ແລະ ໄດ້ປັບປ່ຽນລະບົບການປົກຄອງເກົ່າກ້າວໄປສູ່ການປົກຄອງແບບໃໝ່ຫັນທິດໄປຕາມນະໂຍບາຍຂອງ ພັກປະຊາຊົນປະຕິວັດລາວເຊິ່ງເປັນພັກຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຊອງປະຊາຊົນລາວບັນດາເຜົ່າ. ກ່ອນການປະຕິວັດຊາດ ພຣະສົງອົງຄະເຈົ້າໃນຖານະເປັນສູນລວມຈິດວິນຍານ ແລະ ເປັນທັງໝາກຫົວໃຈອັນແຂງແກ່ນຂອງຊາດ ໄດ້ຄຽງບ່າຄຽງໄຫຼ່ຕໍ່ສູ້ພວກຈັກກະພັດຕ່າງດ້າວ ໂດຍການປຸກລະດົມຂົນຂວາຍ ອົມຮົມອົ່ມເພາະ ຊີ້ແນະສັ່ງສອນໃຫ້ປວງຊົນລາວມີຄວາມຮັກເຊື້ອແພງຊາດ ຮັກບ້ານເກີດເມືອງນອນ ເມື່ອຊາດໄດ້ຮັບອິດສາລະພາບຢ່າງສົມບູນແລ້ວ ມະຕິຂອງກົມການເມືອງ ສູນກາງພັກໄດ້ສະເໜີໃຫ້ກົງຈັກຂອງພຣະສົງໃນຕອນນັ້ນ ມີ ນິກາຍເຊັ່ນ ນິກາຍທັມມະຍຸດ ແລະ ມະຫານິກາຍ ໃຫ້ທ້ອນໂຮມເປັນອັນໜຶ່ງດຽວກັນເພື່ອຄວາມສະດວກສະບາຍ ແລະ ສອດເໝາະກັບນະໂຍບາຍຂອງພັກ ລັດ ນັບແຕ່ປະເທດຊາດສະຖາປະນາເປັນລະບອບໃໝ່ ໄດ້ມີປະທານອົງການພຸດທະສາສະນາສໍາພັນລາວ 5 ອົງຄື
1. ພຣະອາຈາຣຍ໌ ໃຫຍ່ມະຫາ ຄໍາຕັນ ເທບບົວລີ
2. ພຣະອາຈານ ໃຫຍ່ມະຫາ ວິຈິດ ສິງຫາລາດ
ພຣະອາຈາຣຍ໌ໃຫຍ່ ດຣ.ມະຫາວິຈິຕ ສິງຫະຣາຊ ເກີດເມື່ອວັນຈັນ ເດືອນເກົ້າ ປີຂານ ພ.ສ 2468 ກົງກັບວັນທີ 05 ເດືອນສິງຫາ ປີ ຄ.ສ 1925 ທີ່ບ້ານອຸທຸມພອນໃໝ່ ຕາແສງອຸທຸມພອນ(ເມືອງອຸທຸມພອນໃນອະດີດ) ເມືອງ ສຸຂຸມາ ແຂວງ ຈຳປາສັກ ເປັນບຸດຂອງພໍ່ຈານທຽມ ແລະແມ່ໝ່ອມກ້ອນຄຳ ມີອ້າຍນ້ອງຮ່ວມທ້ອງດຽວກັນ ແຕ່ຕ່າງພໍ່ດ້ວຍກັນ 5 ຄົນຄື
1. ທ້າວໜູແກ້ວ
2. ທ້າວໜູຄຳ
3. ນາງ ແກະ
4. ທ້າວບຸນເພັງ(ຕາຍແຕ່ຍັງນ້ອຍ)
5. ພຣະມະຫາວິຈິຕ ສິງຫະຣາຊ
ພໍ່ຈານທຽມນັ້ນ ມີພູມລຳເນົາເດີມທີ່ ບ້ານແກ້ງກອກ ເມືອງຈຳພອນ ແຂວງສະຫວັນນະເຂດ ທ່ານເປັນນັກປາດ ນັກກົດໝາຍ ເປັນພໍ່ຄ້າ ເປັນນາຍຄອບຄຸມການກໍ່ສ້າງທາງ.
ແມ່ໝ່ອມກ້ອນຄຳ ເຊິ່ງເປັນເຊື້ອວົງຂອງເຈົ້າເມືອງ ເມືອງອຸທຸມພອນ ແຂວງຈຳປາສັກ
ເມື່ອອາຍຸ 4 ປີໄດ້ຍ້າຍອອກຈາກບ້ານອຸທຸມໄປຢູ່ບ້ານຫົວຂໍ້ ເມືອງຈຳປາສັກ ໃນປີນັ້ນເອງ ມານດາກໍໄດ້ເຖິງແກ່ມໍຣະນະກັມໄປ ຍັງເຫຼືອແຕ່ບິດາເປັນຜູ້ລ້ຽງດູເບິ່ງແຍງ ເຊິ່ງບິດາ ມີອາຊີບເປັນນາຍຄຸມເຮັດທາງ. ດັ່ງນັ້ນ, ຈິ່ງໄດ້ຕິດຕ້ອຍຫ້ອຍຕາມພໍ່ໄປຫຼາຍແຫ່ງ. ຈາກນັ້ນ ຈິ່ງໄດ້ໄປຢູ່ກັບອ້າຍໜູ່ແກ້ວ ແລະໜູຄຳ ທີ່ໄດ້ບວດຮຽນຢູ່ວັດບ້ານຜັກແພວ, ຢູ່ວັດດັ່ງກ່າວນັ້ນ ຈິ່ງໄດ້ມີໂອກາດຮຽນໜັງສື, ຫັດອ່ານ, ຫັດຂຽນຕົວໜັງສືທັມ, ພາສາລາວ, ຮຽນສູດ ແລະຮຽນເທດຕາມຄຳແນະນຳບອກສອນຂອງຜູ້ເປັນອ້າຍ.
ຫຼັງຈາກທີ່ໄດ້ເປັນສັງກະຣີວັດ ຢູ່ບ້ານຜັກແພວຊົ່ວໄລຍະໜຶ່ງ ແມ່ເຖົ້າໝ່ອມແກ້ວ ເຊິ່ງເປັນເອື້ອຍຂອງໝ່ອມກ້ອນກຳໄດ້ໄປນຳເອົາມາຢູ່ບ້ານອຸທຸມ ແຕ່ຢູ່ໄດ້ພຽງໜຶ່ງຝົນເທົ່ານັ້ນ, ອາວທອງດຳ ນ້ອງຊາຍຂອງແມ່ ຈິ່ງໄປນຳເອົາຄືນມາຢູ່ບ້ານຂອນແກ່ນ ເມືອງຈຳປາສັກ.
ຢູ່ບ້ານຂອນແກ່ນບໍ່ເຖິງໜຶ່ງປີ ພໍ່ຈານທຽມຈິ່ງໄດ້ນຳເອົາໄປຝາກໄວ້ ວັດບ້ານປາກຫ້ວຍບັນລຽງ ໃກ້ໆກັບບ່ອນເພິ່່ນເຮັດທາງ ເຊິ່ງມີພຣະອາຈານຣ໌ຄຣູອຸ່ນ ເປັນເຈົ້າອະທິການວັດ ຮັບໄວໃນຄວາມອຸປະຖັມ ດ້ວຍຄວາມເອົາໃຈໃສ່ ຈິ່ງສາມາດອ່ານ, ຂຽນໜັງສືທັມ ແລະພາສາລາວໄດ້ຢ່າງຄ່ອງແຄ້ວ. ຕໍ່ມາພໍ່ຈານທຽມ ໄດ້ຖືກຍ້າຍໄປຄຸມການກໍ່ສ້າງທາງຢູ່ທີ່ເມືອງປາກເຊ, ເພິ່ນຈຶ່ງໄດ້ພາໄປພັກຢູ່ນຳ ຍາແມ່ເຖົ້າຈັນທອນ ເຊິ່ງເປັນຫຼານຂອງເພິ່ນເອງ.
ເວລາທີ່ພັກຢູ່ເມືອງປາກເຊ ອາຍຸໄດ້ 13 ປີ, ພໍ່ຂອງເພິ່ນຕ້ອງການຢາກໃຫ້ຮຽນໜັງສື ຈິ່ງໄດ້ເອົາໄປຝາກໃຫ້ເປັນສັງກະຣີວັດ ຢູ່ນຳທ່ານພຣະຄຣູທັມມະຣັງສີ, ເຈົ້າອະທິການວັດທ່າຫີນ,ເມືອງປາກເຊ ແລະໄດ່ສືບຕໍ່ຮຽນໜັງສື. ໃນຄວາມຄິດຢາກຮຽນໃຫ້ສູງຂື້ນ, ເພິ່ນມີແຕ່ຢາກຮຽນໜັງສືເທົ່ານັ້ນ ພໍດີເພິ່ນໄດ້ຮູ້ຈັກກັບຈົວເຄນ ຄົນບ້ານດອນເຂາະ ເຊິ່ງໄດ້ໄປຮຽນຢູ່ເມືອງອຸບົນ, ຈົວເຄນໄດ້ຊັກຊວນ ແນະນຳໃຫ້ໄປເມືອງອຸບົນດ້ວຍກັນ, ພຣະອາຈາຣຍ໌ກໍຕັດສິນໃຈ ໄປກັບຈົວເຄນ ແລະໄດ້ພັກອາໄສຢູ່ວັດສຸປັດ ເມືອງອຸບົນໄລຍະໜຶ່ງ ຈາກນັ້ນ ຈຶ່ງໄດ້ເດີນທາງຕໍ່ໄປຍັງ ນະຄອນຣາຊະສີມາ ແລະເຂົ້າໂຮງຮຽນຊັ້ນປະຖົມ ທີ່ວັດສາລາເຢັນ ເປັນເວລາ 4 ປີ ຈຶ່ງໄດ້ຈົບປະຖົມ ຕາມຫຼັກສູດຢ່າງສົມບູນ. ໃນການຮຽນ ແລະການສອບເສັງແຕ່ລະເທື່ອນັ້ນ ກໍໄດ້ຄະແນນສູງສຸດ
ດ້ວຍຄວາມຕັ້ງໃຈອັນເດັດດ່ຽວ ຈຶ່ງໄດ້ຊອກຫາໂອກາດ ເພື່ອໄປຮຽນຮຽນຕໍ່ມັດທະຍົມໃຫ້ໄດ້.ຈາກນັ້ນຈຶ່ງໄດ້ຕັດສິນໃຈເດີນທາງເຂົ້າສູ່ກຸງເທບ ເພື່ອຮຽນຕໍ່, ພຣະອາຈາຣຍ໌ໄດ້ເຂົ້າໄປຮຽນຕໍ່ມັດທະຍົມສາມທີ່ໂຮຮຽນຂັດຕິຍະສຶກສາ ໄດ້ພັກພາອາໄສຢູ່ວັດພິໄຊຍາຕິກາຣາມທັນບຸລີ ເປັນເວລາ 3 ປີຈຶ່ງໄດ້ຮຽນຈົບ.
ເມື່ອໄດ້ຮຽນຈົບມັດທະຍົມ 3 ແລ້ວຈຶ່ງໄດ້ເດີນທາງໄປຫາຫຼວງປູດຳທີ່ອຳເພີພູຂຽວ ຈັງຫວັດໄຊຍະພູມ. ຫຼວງປູດຳ ຈຶ່ງໄດ້ແນະນຳ, ອົບຮົມ, ສັງສອນໃຫ້ຮູ້ບຸນຄຸນພໍ່ແມ່ ແລະແນະນຳໃຫ້ບວດເປັນສາມະເນນ ທີ່ວັດຕະກຸດ, ອະເພີປັກທຸງໄຊ, ຈັງຫວັດນະຄອນຣາຊະສີມາ ໂດຍມີພຣະອາຈາຣຍ໌ໂພ ເປັນພຣະອຸປັດຊາ.
ຈາກນັ້ນ, ຈຶ່ງໄດ້ເຂົ້າຮຽນພຣະປະຣິຍັດທັມ ຢູ່ວັດຕະກຸດ ແລະສອບໄດ້ນັກທັມຊັ້ນຕຣີໃນປີນັ້ນເອງ ຫຼັງຈາກທີ່ໄດ້ນັກທັມຊັ້ນຕຣີແລ້ວ ກໍ່ໄດ້ເດີນທາງໄປຈຳພັນສາຢູ່ວັດປະເສີດ, ອຳເພີພູຂຽວ, ຈັງຫວັດໄຊຍະພູມ ໄດ້ເຂົ້າໄປເປັນລູກສິດຂອງທ່ານເຈົ້າຄຸນພຣະຄຳພິຣະຍານ(ພຣະມະຫາລຶກ) ແລະໄດ້ຮຽນພຣະປະຣິຍັດທັມປາລີໄປພ້ອມໆກັນ.
ເມື່ອອາຍຸໄດ້ 20 ປີ ຈຶ່ງໄດ້ອຸປະສົມບົດເປັນພິກຂຸ ທີ່ພັດທະສີມາວັດຕານ, ຕຳບົນບ້ານແຈ້ງ, ອຳເພີພູຂຽວ,ຈັງຫວັດໄຊຍະພູມ ໂດຍມີພຣະຄຣູບຸນມີ ເປັນພຣະອຸປັດຊາ,ພຣະອາຈາຣຍ໌ທອງຄູນ ເປັນກຳມາວາຈາຈາຣຍ໌ກ້ຳຂວາ, ພຣະອາຈາຣຍ໌ບຸນມີ ເປັນກັມມະວາຈາຈາຣຍ໌ກ້ຳຊາຍ.
ຫຼັງຈາກອຸປະສົມບົດເປັນພຣະພິກຂຸແລ້ວຈິ່ງໄດ້ຕັດສິນໃຈ ຄອບລາຄູລາອາຈາຣຍ໌ເພື່ອໄປສຶກສາຕໍ່ເອົາຊັ້ນປະຖົມເອກພາສາປາລີ ແລະນັກທັມທີ່ໂຮງຮຽນພຣະປະຣິຍັດຕິທັມ ວັດພິໄຊຍາຕິກາຣາມ. ພຣະອາຈາຣຍ໌ສາມາດສອບໄດ້ນັກທັມຊັ້ນໂທຊັ້ນເອກ ແລະໂຫຍກສາມ ທີ່ສຳນັກວັດອານົງຄາຣາມ ແລະຫຼັງຈາກນັ້ນກໍໄດ້ເປັນຄຣູສອນໂຮງຮຽນພຣະປະຣິຍັດຕິທັມຢູ່ສຳນັກອານົງຄາຣາມເປັນເວລາ 2 ປີ.
ໃນປີ ຄສ 1949 ໄດ້ພົບກັບ ສະເດັດເຈົ້າເພັດຊະຣາດ ເຊິ່ງພຣະອົງໄດ້ເລົ່າສະພາບການບ້ານເມືອງໃຫ້ຟັງຫຼາຍຢ່າງ ພ້ອມທັງໄດ້ນິມົນໃຫ້ກັບຄືນສູ່ປະເທດລາວ.ໃນເວລາຢູ່ປະເທດໄທນັ້ນ ສະເດັດເຈົ້າເພັດຊະຣາຊ ໄດ້ມອບໝາຍໃຫ້ເປັນຄົນຂຽນເປັນຄົນຂຽນຈົດໝາຍຕິດຕໍ່ກັບພຣະສົງ ແລະບຸກຄົນສຳຄັນຫຼາຍຄົນ ເປັນຕົ້ນແມ່ນ ສົມເດັດພຣະລູກແກ້ວ ຄູນ ມະນີວົງ ສັງຄະນາຍົກ ຜູ້ນຳການປົກຄອງສົງໃນເວລານັ້ນ.
ຕໍ່ມາໃນປີ 1958 ພຣະມະຫາວິຈິຕ ພ້ອມກັບ ພຣະມະຫາຄຳຕັນ ເທບບົວລີ ແລະພຣະມະຫາທອງຄູນ ໄດ້ສ້າງຕັ້ງອົງການພຸດທະສາສະຫນາສຳພັນລາວຂື້ນ ທີ່ວັດເທບນິມິດ (ວັດທາດຝຸ່ນ), ພຣະອາຈາຣຍ໌ ຈິ່ງໄດ້ຖືກແຕ່ງຕັ້ງໃຫ້ເປັນເລຂາ ຂອງອົງການນີ້ ໃນປີດຽວກັນນີ້ສະເດັດເຈົ້າເພັດຊະຣາຊ ໄດ້ຖວາຍທືນການສືກສາ ແລະແນະນຳໃຫ້ໄປຮຽນຕໍ່ທີ່ປະເທດອິນເດຍ.
ພຣະອາຈາຣຍ໌ ຈິ່ງໄດ້ເດີນທາງໄປສືກສາຕໍ່ທີ່ ມະຫາວິທະຍາໄລລວມມິດສັນຕິນີເກຕັນ, ໃນໄລຍະສືກສາຢູ່ມະຫາວິທະໄລດັ່ງກ່າວນັ້ນ ການດຳລົງຊີວິດໄດ້ພົບອຸປະສັກ ແລະຄວາມຍຸ້ງຍາກສັບສົນນາໆປະການ. ດັ່ງນັ້ນ ພຣະອາຈາຣຍ໌ ຈິ່ງໄດ້ຕັດສິນໃຈ ເດີນທາງໄປສືກສາຕໍ່ ທີ່ມະຫາວິທະຍາໄລສັນສະກຣິດເມືອງພາຣານະສີ ເຊິ່ງໃນເວລານັ້ນ ມະຫາວິທະຍາໄລ ເມືອງພາຣານະສີ ເປັນມະຫາວິທະຍາໄລທີ່ໃຫຍ່ທີ່ສຸດ ແລະໄດ້ໃຊ້ເວລາຢູ່ໜຶ່ງປີ, ຫລັງຈາກນັ້ນ ຈິ່ງໄດ້ເດີນທາງໄປຮຽນພາສາອັງກິດຢູ່ບອມເບ ໂດຍໄດ້ອາໄສພັກຢູ່ວັດຢີ່ປຸ່ນ. ເມື່ອພຣະອາຈາຣຍ໌ໃຫຍ່ມະຫາປຣີຊາ ໄດ້ຂຽນຫນັງສືໄປບອກຂ່າວວ່າ ສົມເດັດເຈົ້າເພັດຊະຣາຊ ໄດ້ສະຫວັນນະຄົດໄປແລ້ວ. ສະພາບການເມືອງມີການປຽ່ນແປງ ຂໍໃຫ້ຄືນກັບປະເທດລາວ ພຣະອາຈາຣຍ໌ ຈິ່ງໄດ້ຕັດສິນໃຈກັບຄືນປະເທດລາວ ຕອບສະໜອງເຈຕະນາຣົມຂອງພຣະອາຈາຣຍ໌ໃຫຍ່ ປຣີຊາ ສຸທັມມະໂກສານ ຜູ້ເປັນທັງຄຣູ ແລະບິດາໃນເວລານັ້ນ.
ພາຍຫຼັງທີ່ໄດ້ກັບມາຈາກປະເທດອິນເດຍແລ້ວ ສະພາບການຢູ່ພາຍໃນປະເທດລາວເວລານັ້ນ ກໍາລັງມີຄວາມສັບສົນວຸ້ນວາຍ ມີການປຽ່ນແປງຫຼາຍຍ່າງເກີດຂື້ນ ທີ່ໄດ້ກໍ່ໃຫ້ເກີດສົງຄາມການເມືອງ ແລະສະພາບພາຍໃນວັດທາດຝຸ່ນ ກໍ່ໄດ້ມີເລື່ອງກຽ່ວກັບທີ່ດິນຂອງວັດ ຈິ່ງເກີດມີປາກສຽງກັນ ເພາະດິນວັດນັ້ນ ຖືກຕັດແບ່ງເອົາໄປຫຼາຍກວ່າທີ່ຍັງເຫຼືອຢູ່. ສະເພາະສ່ວນຕົວຂອງພຣະອາຈາຣຍ໌ເອງ ກໍມີນາຍຕໍາຫຼວດເຝົ້າຕິດຕາມພຶດຕິກັມແລະເອົາໃຈໃສ່ເປັນກໍຣະນີພິເສດ ໃນຖານະທີ່ເປັນນັກຕໍ່ສູ້ ແລະນັກຮຽນຮູ້ປັນຍາຊົນ ຈາກຕ່າງປະເທດ. ຕໍ່ສະພາບການດັ່ງກ່າວນັ້ນ ພຣະອາຈາຣຍ໌ ມະຫາວິຈິຕ ສິງຫະຣາຊ ຈິ່ງຕົກທີ່ນັ່ງລຳບາກ ເພາະເຈົ້າໜ້າທີ່ບ້ານເມືອງໃນເວລານັ້ນ ເຝົ້າຕິດຕາມພຶດຕິກັມຢູ່ຕະຫລອດເວລາ, ດ້ວຍສະພາບການປຽ່ນແປງໃນເວລານັ້ນ ຈິ່ງເຮັດໃຫ້ເກີດຄວາມຮູ້ບໍ່ປອດໄພ ຈິ່ງໄດ້ປືກສາກັບອົງບິດາຈາຣຍ໌ ພຣະອາຈາຣຍ໌ໃຫຍ່ ມະຫາປຣີຊາ ສຸທັມມະໂກສານ ເພື່ອຫາທາງອອກຂອງບັນຫາ.
ວັນທີ 8 ກັນຍາ ປີ 1960 ໄດ້ເກີດເຫດການຣັດຖະປະຫານຂຶ້ນ ໂດຍຮ້ອຍເອກກອງແລ ຈິ່ງໄດ້ຖືເອົາເວລານັ້ນ ຄອບລາພຣະອາຈາຣຍ໌ໃຫຍ່ ມະຫາປຣີຊາ ສຸທັມມະໂກສານ ອອກສູ່ເຂດປົດປ່ອຍ ພ້ອມດ້ວຍ ພຣະສົງຈຳນວນໜຶ່ງທີ່ຕິດຕາມໄປດ້ວຍ, ເສັ້ນທາງທີ່ໃຊ້ໃນການເດີນທາງ ຄື ຍ່າງຈາກວັດ ທາດຫຼວງອອກໄປຫາໜອງທາ, ການອອກເດີນທາງໃນຄັ້ງນີ້ ຈິ່ງໄດ້ພົບກັບຜູ້ຮັກຊາດຈຳນວນໜຶ່ງ, ເມື່ອໄປຮອດວັງວຽງ ເຫັນວ່າປອດໄພດິີແລ້ວ ຈິ່ງໄດ້ເຕົ້າໂຮມພຣະສົງໄດ້ຈຳນວນ 70 ກວ່າອົງ, ທຸກໆອົງຕື່ນຕົວ ຢາກຈະຮັບໃຊ້ຊາດ, ບາງອົງກໍ່ຂໍລາສິກເພື່ອປະກອບອາວຸດ ຈຶ່ງໄດ້ຊອກຂົນຂວາຍຫາໂສ້ງເສື້ອ, ສ່ວນຫຼາຍແລ້ວແມ່ນ ເຄຶ່ອງທະຫານ. ໃນເບື້ອງຕົ້ນ ຕົນເອງກໍຄິດວ່າ ຈະຕ້ອງໄດ້ສິກຮ່ວມໃນຂະບວນການນັ້ນດ້ວຍແຕ່ທ່ານໜູຮັກ ພູມສະຫວັນ ຂໍນິມົນບໍໃຫ້ພຣະມະຫາວິຈິດ ສິງຫະຣາຊ ແລະພຣະສົງທຸກອົງລາສິກຂາ ຂໍໃຫ້ມຸ່ງໜ້າສູ່ເຂດທີໝັ້ນແຂວງຊຽງຂວາງ ເມື່ອໄປເຖິງເຂດທີ່ໝັ້ນແລ້ວກໍໄດ້ໄປພັກຢູ່ວັດ ໂພນສະຫວັນ ເມືອງ ແປກ ແຂວງ ຊຽງຂວາງ. ເຊົ້າວັນຕໍ່ມາ ທ່ານກິນີມ ພົນເສນາ ກໍເຂົ້າມາພົບ ເພື່ອວາງນະໂຍບາຍ ແລະເຕົ້າໂຮມກຳລັງຮັກຊາດ, ເປັນຕົ້ນ ກໍແມ່ນພຣະສົງລາວເຮົາ ແລະທ່ານກິນີມ ຍັງໄດ້ນິມົນໃຫ້ອອກວິທະຍຸກະຈາຍສຽງ ທີຄັງໄຂ ເພື່ອຮຽກຮ້ອງໃຫ້ພຣະສົງ ແລະຊາວພຸດທັງຫຼາຍ ໃຫ້ອອກສູ່ເຂດປົດປ່ອຍ.
ເມື່ອພຣະສົງມີຈຳນວນເພີ່ມຫຼາຍຂຶ້ນແລ້ວ ຈຶ່ງໄດ້ເຕົ້າໂຮມ ປຶກສາຫາລືກັນກ່ຽວກັບການຈັດຕັ້ງອົງການປົກຄອງສົງ ແລະ ອົງການພຸດທະສາສະນາສຳພັນລາວຂຶ້ນທີ່ປະຊຸ່ມຕົງລົງໃຫ້ພຣະມະຫາວິຈິດ ເປັນເລຂາ ຄື ເປັນເລຂາໃຫ້ທັງສອງອົງການ
ເມື່ອເຖິງລະດູເຂົ້າພັນສາ ຈຶ່ງໄດ້ປະຊຸ່ມສົງຂຶ້ນ ເພື່ອຈັດແບ່ງເອົາພຣະສົງພັນສາໄປຈຳພັນສາຢູ່ວັດຕ່າງໆ ພຣະມະຫາວິຈິດ ສິງຫຣາຊ ໄປຈຳພັນສາທີ່ວັດບ້ານບານເມືອງຄຳ ແລ້ວຈິ່ງໄດ້ຂົນຂວາຍພຣະສົງ, ອອກຕົນຍາດໂຍມ ແລະພຸດທະບໍຣິສັດທັງຫຼາຍໃຫ້ເກີດຄວາມສາມັກຄີປອງດອງ ແລະເຂົ້າໃຈໃນຫຼັກທຳຄຳສັງສອນຂອງພຣະພຸດທະສາສະນາ
ປີ 1973 ຝ່າຍວຽງຈັນ ຍິນຍອມໃຫ້ເອົານະຄອນຫຼວງວຽງຈັນ ແລະ ຫຼວງພຣະບາງເປັນກາງ ແລະເຂດປອດທະຫານ, ສະນັ້ນ ປີ 1974-75 ຝ່າຍວຽງຈັນ ຈິ່ງໄດ້ນິມົນເອົາພຣະສົງເຂດປົດປ່ອຍເຂົ້າຮ່ວມ 3 ຄັ້ງ, ແຕ່ລະຄັ້ງ ຈຳນວນ 5 ອົງ, ພຣະອາຈາຣຍ໌ ມະຫາວິຈິດກໍໄດເປັນໜຶ່ງໃນຈຳນວນນັ້ນ.
ປີ 1975 ເມື່ອປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນຂອບເຂດທົ່ວປະເທດ, ໄດ້ນຳພາພຣະສົງ, ສາມະເນນ ຈາກຖານທີ່ໝັ້ນປະຕິວັດ ກັບຄືນສູ່ນະຄອນຫຼວງວຽງຈັນ.
ປີ 1976 ຄະນະປະຈຳສູນກາງອົງການພຸດທະສາສະນາສຳພັນລາວ ໄດ້ແຕ່ງຕັ້ງໃຫ້ພຣະອາຈາຣຍ໌ ເປັນຫົວໜ້າຄະນະຮັບຜິດຊອບວຽກງານກວດກາຢູ່ສາມແຂວງພາກໃຕ້ ຄື: ແຂວງສາລະວັນ, ອັດຕະປື ແລະ ແຂວງຈຳປາສັກ, ໃນປີດຽວກັນນີ້ ພຣະອາຈາຣຍ໌ ກໍໄດ້ຖືກແຕ່ງຕັ້ງໃຫ້ເປັນພຣະອາຈາຣຍ໌ສອນ, ທັງເປັນຄະນະອຳນວຍການໂຮງຮຽນສ້າງຄຣູສົງ ວັດອົງຕື້ມະຫາວິຫານ ນະຄອນຫຼວງວຽງຈັນ.
ປີ 1978 ກອງປະຊຸມສະໄໝວິສາມັນຂອງ ອົງການພຸດທະສາສະໜາສຳພັນແຫ່ງປະເທດລາວ ໄດ້ແຕ່ງຕັ້ງໃຫ້ເປັນເລຂາທິການໃຫຍ່ ປະຈຳອົງການພຸດທະສາສະໜາສຳພັນແຫ່ງປະເທດລາວ (ພສລ)
ປີ 1980 ຄະນະປະຈຳອົງການພຸດທະສາສະໜາສຳພັນແຫ່ງປະເທດລາວໄດ້ແຕ່ງຕັ້ງໃຫ້ເປັນຫົວໜ້າອຳນວຍການໂຮງຮຽນອຸດົມສົງ ວັດພຣະທາດຫຼວງເໜືອ.
ວັນທີ 22 ກຸມພາ 1987 ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ເທື່ອທີ 3 ໄດ້ເປັນເອກະສັນເລືອກຕັ້ງໃຫ້ເປັນຮອງປະທານ ທັງເປັນຄະນະປະຈຳສູນກາງອົງການພຸດທະສາະໜາສຳພັນແຫ່ງປະເທດລາວ.
ປີ 1991 ກອງປະຊຸມຄົບຄະນະຂອງສູນກາງອົງການພຸດທະສາສະໜາສຳພັນແຫ່ງປະເທດລາວ ໄດ້ແຕ່ງຕັ້ງໃຫ້ວ່າການປະທານສູນກາງອົງການດັ່ງກ່າວ.
ວັນທີ 3 ເມສາ 1998 ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ເທື່ອທີ 4 ໄດ້ເປັນເອກະສັນກັນ ເລືອກຕັ້ງໃຫ້ເປັນປະທານສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ຢ່າງເປັນທາງການ ແລະ ດໍາລົງຕໍາແໜ່ງດັ່ງກ່າວນີ້ ຈົນຮອດປັດຈຸບັນ.
ຄຽງຄູ່ກັບການເຮັດວຽກດັ່ງກ່າວນີ້ແລ້ວ ເພີ່ນຍັງໄດ້ເຂົ້າຮ່ວມກອງປະຊຸມໃຫ່ຍແຕ່ລະເທື່ອຂອງພັກປະຊາຊົນປະຕິວັດລາວ, ໄດ້ຮັບນິມົນເຂົ້າຮ່ວມກອງປະຊຸມ ເພື່ຶອຮັບຮອງເອົາລັດຖະທຳມະນູນເທື່ອທຳອິດ, ໄດ້ເຂົ້າຮ່ວມກອງປະຊຸມຂອງແນວລາວສ້າງຊາດ, ໄດ້ເຂົ້າງານໂຮມຊຸມນຸມມິດຕິງ ເນື່ອງໃນໂອກາດວັນຊາດຂອງສປປລາວ ແລະຂອງປະເທດສັງຄົມນິຍົມອ້າຍນ້ອງ ບັນດາປະເທດເພື່ອນມິດຕາມການນິມົນ ຂອງອົງການຈັດຕັ້ງພັກ-ລາວ
ສໍາລັບວຽກງານສ້າງສາ ແລະປະຕິສັງຂອນວັດວາອາຣາມ ພຣະອາຈານຍ໌ໄດ້ນໍາພຣະສົງ-ສາມະເນນສ້າງກຸຕິຢູ່ວັດທາດຝຸ່ນ 5 ຫຼັງ. ໄດ້ພານໍາອອກຕົນຍາດໂຍມໃນເຂດບ້ານບານ ເມືອງຄໍາ ແຂວງຊຽງຂວາງ ສ້າງວັດສັນຕິທັມ, ສ້າງຫໍແຈກ,ສ້າງກຸຕິ ເພື່ອໃຫ້ເປັນທີ່ພັກພາອາໄສຂອງພຣະສົງ ນອກນັ້ນ ຍັງໄດ້ນໍາພາພວກເຂົ້າເຈົ້າຂຸດບໍ່ນໍ້າສະອາດ ຕາມໝູ່ບ້ານຕ່າງ.
ນອກການປົກປັກສາ ແລະ ສ້າງພັດທະນາວັດວາອາຣາມດັ່ງກ່າວມາ ແລ້ວນັ້ນ ພຣະອາຈານຍ໌ກໍຍັງໄດ້ ສືບຕໍ່ ນໍາພາພຣະສົງ-ສໍາມະເນນ, ອອກຕົນຍາດໂຍມສ້າງກຸຕິ, ສ້າງກໍາແພງວັດ, ສ້າງປະຕູໂຂງວັດປະທາດຫຼວງ ເໜືອ, ສ້າງປະຕູສິມ, ຫໍກອງ, ສ້ອມແປງກຸຕິໃຫ່ຍ (ມະຫາກະດີ) ວັດພຣະທາດຫຼວງເໜືອ ໄດ້ເປັນ ຜົນສໍາເລັດ, ນໍາພາ ກໍ່ສ້າງຫໍທັມມະສະພາ ແລະກໍ່ສ້າງກຸຕິຫຼັງໃໝ່ຢູ່ວັດເທບພະນິມິດ (ວັດທາດຝຸ່ນ) ເພື່ອ ຖວາຍບູຊາຄຸນ ພຣະອາຈານຍ໌ໃຫ່ຍມະຫາປຣີຊາ ສຸທັມມະໂກສານ ແລະສ້າງໂຮງໝໍສົງ ນອກນີ້ ເພື່ອປົກປັກຮັກສາວັດວາອາຣາມ ແລະເຜີຍແຜ່ຫຼັກທັມຄໍາສັງສອນຂອງ ພຣະພຸດທະສາສະໜາໄດ້ຂຽນໜັງສືທັມເລື່ອງພຣະເວນສັນດອນ, ໜັງສືປະຖົມສົມໂພດ ແລະໜັງສືເລື່ອງອື່ນໆ, ໄດ້ເອົາພຣະພຸດທະຮູບໄປປະດິດສະຖານໄວ້ ທີ່ວັດອຸທຸມໃໝ່, ວັດກາງ ເມືອງໂຂງ, ວັດບ້ານຜັກແຜວ ເມືອງປະທຸມພອນ ແຂວງຈໍາປາສັກ, ພຣະຍ໌ອາຈານ ຍັງໄດ້ນໍາພາສ້າງໂຮງຮຽນສົງ ຢູ່ບ້ານແກ້ງກອກ, ເມືອງຈໍາພອນ ແຂວງສະຫວັນນາເຂດ. ສັາງຫໍແຈກຢູ່ວັດປາກຫ້ວຍບັງລຽງສານັ້ນ, ເມືອງປະທຸມ ພອນ, ແຂວງຈໍາປາສັກ, ສ້າງພັດທະສິມາ ຢູ່ບ້ານຂອນແກ່ນ, ເມືຶຶອງຈໍາປາສັກ, ແຂວງຈໍາປາສັກ ໄດ້ສໍາເລັດ,ຜົນງານການສ້າງສານັ້ນ ແມ່ນມີຢ່າງຫຼວງຫຼາຍບໍ່ສາມາດເກັບມາຂຽນໄດ້ຄົບຖວນ.
ສໍາລັບວຽກງານຕ່າງປະເທດ ໂດຍໄດ້ຍຶດໝັ້ນຕໍ່ແນວທາງການຕ່າງປະເທດຂອງພັກ, ລັດຖະບານເຮົາ ເພິ່ນໄດ້ເຄື່ອນໄຫວວຽກງານຕ່າງປະເທດຄື:
- ພຣະອາຈານຍ໌ ໄດ້ເປັນຫົວໜ້ານໍາພາຄະນະຜູ້ແທນຂັ້ນສູງຂອງຊາວພຸດລາວ ໄປເຂົ້າຮ່ວມກອງປະຊຸມໃຫ່ຍ ຂອງອົງການຊາວພຸດອາຊີ ເພື່ອສັນຕິພາບ ທີ່ກຸງມົດສະກູ ສະຫະພາບໂຊກວຽດ, ທີ່ອຸລັນບາຕໍ ສປ ມົງໂກລີ ແລະໄດ້ເຂົ້າກອງປະຊຸມຄະນະບໍຣິຫານງານຂອງອົງການຊາວພຸດອາຊີ ເພື່ອສັນຕິພາບທີ່ສ.ສຫວຽດນາມ ແລະປະເທດຍີ່ປຸ່ນ
- ເຂົ້າຮ່ວມກອງປະຊຸມໃຫ່ຍອົງການຊາວພຸດອາຊີ ເພື່ອສັນຕິພາບ ເທື່ືອທີ 7 ທີ່ນະຄອນຫຼວງວຽງຈັນ.
- ພຣະອາຈານຍ໌ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງຊາວພຸດ ໄປຢຽ້ບຢາມສັນຖະວະໄມຕິ ທີ່ ສ. ປ.ຈີນ,
- ກໍາປູເຈຍ, ສະຫະພາບມຽນມາ ແລະສີລັງການ 2 ເທື່ອ.ທີ1 ຂອງຊາວພຸດໂລກເພື່ອເຜີຍແຜ່ພຸດທະສາສະໜາ ເຊິ່ງໄດ້ຈັດຂື້ນໃນວັນທີ 6-8 ເດືອນເມສາ 1998 ທີ່ກຽວໂຕ ປະເທດຍີ່ປຸ່ນ.
- ໃນວັນທີ 9 ພຶດສະພາ 1999 ພຣະອາຈານຍ໌ ໄດ້ການຖວາຍ ປະຣຣີນຍາພຸດທະສາດ ດຸສະດີບັນດິດກິດຕິມະສັກ ສາຂາພຣະພຸດທະສາສະໜາ ຈາກມະຫາວິທະຍາໄລມະຫາຈຸລາລົງກອນຮາຊວິທະຍາໄລ.
- ປີ 2006 ພຣະອາຈານຍ໌ ໄດັຮັບສະມະນະສັກ ອັກຄະມະຫາບັນດິດ ຈາກລັດຖະບານສະຫະພາບມຽນມາ ເຊິ່ງເປັນຕໍາແໜງສູງ ໃນການມອບໃຫ້ພຣະສົງທີ່ຢູ່ພາຍໃນປະເທດແລະຕ່າງປະເທດ.
ນອກຈາກນີ້ ຍັງໄດ້ຕ້ອນຮັບການເຂົ້າຢຽ້ມຢາມ ຂອງຄະນະຜູ້ແທນພຣະສົງຂັ້ນສູງ ແຫ່ງສະຫະພາບມຽນມາ, ຄະນະຜູ້ແທນຊາວພຸດຍີ່ປຸ່ນ, ສປປ, ຈີນ, ສສ, ຫວຽດນາມແລະເປັນປະທານ ເຂົ້າຮ່ວມພິທິາຕ້ອນຮັບ ບັນດາປະມຸກລັດ, ຜູ້ນໍາປະເທດຕ່າງ ເຊັ່ນ:ສົມເດັດ ເຈົ້ານະໂຣດົມສີຫະນຸ, ກໍາປູເຈັຍ: ພຣະເຈົ້າມະຫາຊິວິດ ແຫ່ງຣາຊະອານາຈັກໄທ, ນາຍຍົມລັດມົນຕີ, ບັນດາທູຕານຸທູດ ແລະຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ.ລາວ
ການຍ້ອງຍໍສໍລະເສີມ ແລະເຖຣາພິເສກ
- ວັນທີ 8 ສິງຫະ 1980 ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ 3 ແລະຫຼຽນຊະນະເລີດຊັ້ນ ຜົນງານ 30 ປີ.
- ວັນທີ 8 ມີຖຸນາ 1980 ໄດ້ຮັບຫຼຽນຕໍ່ຕ້ານຈັກກະພັດອາເມຣີກາ ແລະຮັບຫຼຽນ ກາ 5 ປີຈາກລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
- ໄດ້ຮັບການຫົດສົງເຖຣາເສກ ໂດຍສັດທາຂອງຄະນະສູນກາງອົງການພຸດທະສາສະນາສໍາພັນລາວ; ທ່ານ ພູມີ ວົງວິຈິດ, ອະດີດຜູ້ວ່າການປະທານປະເທດ, ປະທານສູນກາງແນວລາວສ້າງຊາດ ແລະສັດທາຂອງຂອບຄົວທ່ານ ພູນ ສີປະເສີດ,ອາດີດຮອງນາຍົກລັດມົນຕີ, ລັດຖະມົນກະຊວງການຕ່າງປະເທດ ແລະສັດທາຍາດໂຍດໂດຍທົ່ວໄປອີກຈໍານວນໜຶ່ງ.
ພຣະອາຈານຍ໌ໄຫ່ຍປະທານສົງ ໄດ້ອຸທິດຕົນ ຕໍ່ພາຣະກິດວຽກງານຂອງຊາດ ແລະພຣະພຸດທະສາສະໜາຕະຫຼອດອາຍຸໄຂຂອງເພິ່ນ ຊິວິດທັງຊິວິດ ໄດ້ເສຍສະລະຄວາມສຸກສ່ວນຕົນ, ເພື່ປະໂຫຍດສ່ວນລວມຂອງຊາດ ແລະພຣະພຸດທະສາສະໜາ ຢ່າງຕັ້ງໜ້າພຣະອາຈານຍ໌ ບໍ່ເຄີຍອິດເໜື່ອຍ ແລະທໍ້ແທ້ຕໍ່ອຸປະສັກທັງປວງ ເພາະທ່ານໄດ້ຢືດເອົາຄະຕິທັມຄໍາສອນຂອງພຣະພຸດທະສາສະໜາ ເປັນແຮງຜັກດັນ, ເປັນກໍາລັງໃຈແລະເປັນທຸງໄຊໃນການປະຕິບັດໜ້າທີ່ວຽກງານທຸກຂະນະຈິດ ກ່າວຄື:ເສຍສະລະຊັບ ເພື່ອຮັກສາອະໄວຍະວະເສຍສະລະອະໄວຍະວະ ເພື່ອຮັກສາຊິວິດ ເສຍສະລະທັງຊັບ ແລະຊິວິດ ເພື່ອຮັກສາໄວ້ເຊິ່ງທັມ ຄືຄວາມຖືກຕອ້ງເປັນທັມ.
ດ້ວຍການອຸທິດຕົນຕໍ່ວຽກງານທີ່ໜັກໜ່ວງ ແລະບວກກັບສະພາບສັງຂານ ອັນມີຄວາມຊະຣາການເຂົ້າຄອບງໍາ ພຣະອາຈານຍ໌ ຈິ່ງເກີດໂຣຄາພາດ ເຈັບໄຂ້ໄດ້ແລປ່ວຍລົງ ແລະໄດ້ຮັກສາຕົວຢູ່ໄລຍະໜຶ່ງ ໃນທີ່ສຸດພຣະອາຈານຍ໌ໃຫ່ຍປະທານ ກໍໄດ້ເຖິງແກ່ມໍຣະນະພາບດັວຍອາການສະຫົບ ໃນວັນທີ 16 ມີຖຸນາ 2010, ເວລາ 15 ໂມງ 00 ທີ່ພັດທະສີມາ (ສິມ)ວັດພຣະທາດຫຼວງເໜືອ,ເມືອງໄຊເສດຖານ ນະຄອນຫຼວງວຽງຈັນ,ລວມສິຣິມ ມາຍຸໄດ້ 85 ປີ 75 ພັນສາ
3. ພຣະອາຈາຣຍ໌ໃຫຍ່ ມະຫາ ທອງຄູນ ອະນັນຕະສູນທອນ

ປະຫວັດພຣະອາຈາຣຍ໌ມາຫາທອງຄູນ ອະນັນຕະສູນທອນ
ສະຖານະເດີມ
ພຣະອາຈາຮຍ໌ທອງຄູນ ອະນັນຕະສູນທອນ ເກີດເມື່ອວັນທີ່ 31/2466 ( ຄ.ສ 1923 ) ທີ່ບ້ານດອນ
ສົ້ມໂຮງ ຕາແສງ ລົບປະດີ ເມືອງໂຂງແຂວງຈໍາປາສັກ ເປັນບຸດຂອງທິດຜ່ານ ແລະ ນາງກອງ ມີອ້າຍນ້ອງ
ຮ່ວມບິດາດ້ວຍກັນ 6 ຄົນ ຊາຍ 2 ຄົນ.
ບັນຊາເປັນສາມະເນນ
- ປີ 2482 ( ຄ.ສ 1939 ) ໄດ້ບວດເປັນສາມະເນນ
ອຸປະສົມບົດເປັນພຣະພິກຂຸ
- ປີ 2486 ( ຄ.ສ 1943 ) ໄດ້ບວດເປັນພຣະພິກຂຸ ທີ່ວັດອຸນນາໂລມ ( ດອນສົ້ມໂຮງບ້ານເກີດ )
ການສຶກສາ
- ປີ 2476-2482 ( ຄ.ສ 1933-1939 ໄດ້ຮຽນຈົບຊັ້ນປະຖົມ.
- ປີ 2482 ( ຄ.ສ 1939 ) ໄດ້ບວດເປັນສາມະເນນ ໄດ້ສຶກສາຢູ່ໂຮງຮຽນສິນທັມທາງສາສະໜາ.
- ປີ 2489 ( ຄ.ສ 1946 ) ໄດ້ໄປສຶກສາທາງສາສະໜາຢູ່ບາງກອກ ປະເທດໄທ ເປັນເວລາ 4 ປີ
ໜ້າທີ່ຕໍາແໜ່ງ
- ໄດ້ເປັນຄູສອນໂຮງຮຽນປະຖົມສຶກສາສາສະໜາ.
- ປີ 2496 ( ຄ.ສ 1952 ) ໄດ້ຮັບການແຕ່ງຕັ້ງເປັນເລຂານຸການ ສາລະວັດສຶກສາ ໂຮງຮຽນປາຣີ ທີ່ນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວສະໜັບສະໜູນ ການຕໍ່ສູ້ປົດປ່ອຍຊາດ.
- ປີ 2499 ( ຄ.ສ 1ໍ956 ) ໄດ້ຮັບການແຕ່ງຕັ້ງເປັນເລຂານຸການຈໍາເພາະຂອງສົມເດັດສັງຄະນາຍົກ ປະທານອົງການສົງແຫ່ງຣາດຊະອານາຈັກລາວ ໄດ້ເຄື່ອນໄຫວສະໜັບສະໜູນການໂຮມລາວຄັ້ງທີ່ໜຶ່ງ.
- ປີ 2503 ( ຄ.ສ 1960 ) ໄດ້ເປັນຄະນະຈັດຕັ້ງອົງການພຸດທະສາສະໜາສໍາພັນຂື້ນທີ່ວຽງຈັນ ເພື່ອສະໜັບສະໜູນລັດຖະບານເປັນກາງຂອງທ່ານສຸວັນນະພູມ ແລະ ຂະບວນການລັດທະປະຫານ ຂອງກອງພັນທະຫານລາບອາກາດທີ່ 2 ເຊິ່ງສະໜັບສະໜູນໂດຍແນວລາວຮັກຊາດໃນເມື່ອກ່ອນ ກໍຄື່ພັກປະຊາຊົນປະຕິວັດລາວໃນປັດຈຸບັນນີ້.
- ວັນທີ່ 2/12/2518 ( ຄ.ສ 1975 ໄດ້ເປັນຜູ້ຕາງໜ້າຄະນະສົງຂອງແຂວງວຽງຈັນ ເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນປະຊາຊົນທົ່ວປະເທດ ເພື່ອລົບລ້າງລະບອບ ຣາຊາທິປະໄຕ ແລ້ວສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນປະເທດລາວ ອັນເປັນການສັງກາດໃໝ່ ອັນສົດໃສງົດງາມຂອງປະຫວັດສາດລາວ.
- ປີ 2519 ( ຄ.ສ 1976 ) ໄດ້ຮັບແຕ່ງຕັ້ງ ໃຫ້ເປັນເລຂາທິການ ອົງການພຸດທະສາສະໜາສັມພັນແຫ່ງປະເທດລາວ ແລະ ເປັນຫົວໜ້າຄະນະອໍານວຍການພຣະສົງລາວທົ່ວປະເທດ.
- ປີ 2522 ( ຄ.ສ 1979 )ໄດ້ຮັບເລືອກຕັ້ງເປັນປະທານອົງການພຸດທະສາສະໜາສັມພັນລແຫ່ງປະເທດລາວ
ຜົນງານທີ່ໄດ້ທໍາ
- - ປີ ໄດ້ເຄື່ອນໄຫວສະໜັບສະໜູນຂະບວນການກູ້ຊາດຂອງລາວອິດສະຫຼະ ເຊິ່ງມີເຈົ້າເພັດຊະລາດ ເຈົ້າສຸພານຸວົງ ແລະ ເຈົ້າສຸວັນນະພູມມາເປັນຜູ້ນໍາ.
- ປີ 2502 ( ຄ.ສ 1959 ) ໄດ້ເປັນຄະນະເຄື່ອນໄຫວຕໍ່ສູ້ ເອົາການປົກຄອງສົງ ທີ່ອໍານາດການປົກຄອງວຍງຈັນ ໄດ້ມ້າງເພທໍາລາຍ ແລະ ຕໍ່ສູ້ໃຫ້ປົດປ່ອຍຜູ້ນໍາແນວລາວຮັກຊາດອອກຈາກຄຸກຢູ່ນະຄອນຫຼວງວຽງຈັນ ເຊິ່ງມີປະທານສຸພານຸວົງເປັນຫົວໜ້າ.
- 2504 ( ຄ.ສ 1961 ) ໄດ້ນໍາພາຄະນະສົງທີ່ເປັນສະມາຊິກຂອງອົງການພຸດທະສາສະໜາສັມພັນ ເຄື່ອນໄຫວເຜີຍແຜ່ສິນທັມໃຫ້ພຣະສົງ ແລະ ປະຊາຊົນມີຄວາມສາມັກຄີຮັກແພງກັນ ເພື່ອຕ້ານຈັກກະພັດອາເມຣິກາ ພ້ອມດ້ວຍລູກແຫຼ່ງຕີນມືຂອງພວກເຂົາ ທີ່ຢຶດຄອງຢູ່ຝ່າຍວຽງຈັນ.
- ປີ 2515 ( ຄ.ສ 1972 ) ຄະນະຜູ້ແທນແນວລາວຮັກຊາດໄດ້ເຂົ້າມາເຈລະຈາ ເພື່ອສ້າງສັນຕິພາບໂຮມລາວ ເທື່ອທີ່ 3 ກໍໄດ້ເຄື່ອນໄຫວ ສະໜັບສະໜູນ ເພື່ອໃຫ້ລາວມີຄວາມສາມັກຄີໂຮມກັນໄດ້ເປັນເອກະພາບ.
ຄະຕິທໍາທີເຄີຍເທສະໜາ
ວ່າດ້ວຍເຂົ້າສະຫຼາກ ຂຶ້ນ 15 ຄໍາ 10 ບົດເທດສະໜາຂອງພຣະອາຈາຮຍ໌ມະຫາທອງຄູນ ອະນັນຕະສູນທອນ .
ນະໂມຕັດສະ ສໍາມາສໍາພຸດທັດສະ ( ວ່າ 3 ເທື່ອ )
ອິທານິ ທໍາມັດສະວະທິວະເສ ສັນຕິປະຕິຕາຍະ ປະລິສາຍະ ສະລາກະພັດຕະ ທານັງ ພາສິດສາມິ ສຸໂຂ ປຸນຍັດສະ ອຸດຈະໂຍ ຕິ ອິ
ອິໂຕ ປະລັງ ສັກກັດຈັງທໍາໂມ ໂສຕັບໂພ ຕິ
ສາທາໂວ ດູລາ ສັບປຸລິສາທັງຫຼາຍ ທັງຍິງຊາຍນ້ອຍໃຫ່ຍຜູ້ມັກໄຄ່ ເພື່ອຟັງທັມ ວາລະໂອກາດນີ້ ອາຕະມາ ຈະໄດ້ນໍາເອົາສາ ຖຸທັມຄໍາສອນ ໃນທາງພຸດທະສາສະໜາ ມາສະແດງຊີ້ແຈງເປັນທໍາມິກາຖາ ເພື່ອໃຫ້ເປັນແນວທາງ ແຫ່ງການປະຕິບັດທັມຂອງທ່ານທັງຫຼາຍສືບຕໍ່ໄປຕາມສົມຄວນແກ່ເວລາ.
ດ້ວຍວ່າວັນນິີ້ເປັນບຸນເຮັດເຂົ້າສະຫຼາກ ເນື່ອງ ຈາກວ່າບູຮານບັນດິດຂອງພວກເຮົາ. ໄດ້ວາງພິທີການເຮັດບຸນປະຈໍາແຕ່ລະເດືອນໃນປີໜຶ່ງ 12 ເດືອນ, ມີ 12 ປາງບຸນ ຮ້ອງວ່າ ກາລະທານ ເຊັ່ນຕົວຢ່າງ ເດືອນ 10 ເພັງ ເຮັດບຸນເຂົ້າສະຫຼາກດັ່ງນີ້ ເປັນຕົ້ນ. ພິທີການອັນນີ້ໄດ້ກາຍມາເປັນຮີດຄອງ ຈິ່ງຮ້ອງກັນຕໍ່ມາວ່າຮີດ12 ກໍຄື່ບຸນ 12ປາງນັ້ນເອງ. ຄັນວັນ ເຊັ່ນນີ້ມາບັນຈົບຮອບ ໃນທຸກປີໃດຊາວພຸດລາວເຮົາກໍ ໄດ້ພາກັນເອົາໃຈໃສ່ຢ່າງຈົດຈໍ່ ແລະ ປະຕິບັດກັນຢ່າງສາມັກຄີພ້ອມພຽງກັນດ້ວຍ ຄວາມມ່ວນຊື່ນ, ພາກັນເຮັດ ບຸນດ້ວຍນໍ້າໃຈບໍ່ລິສຸ, ໂດຍປາສະຈາກການບັງຄັບເຊິ່ງກັນ ແລະ ກັນແລະ ພິເສດໄປກວ່ານັ້ນ ອີກບາງຄົນໃນ ວັນອື່ນໆບໍ່ໄດ້ເຮັດບຸນ ແຕ່ເມື່ອມາເຖິງ ວັນນີ້ ກໍເກີດຈິດໃຈເປັນບຸນຂື້ນມາຄື່ກັບຄົນອື່ນໆ ຫຼື ບາງຄົນທຸກຢາກຂາດເຂີນປານໃດ ກໍ່ອຸສະຫະພະຍາຍາມທ້ອນ ເລັກປະສົມເອົາໄວ້ເພື່ອໃຫ້ໄດ້ມາ ເຮັດບຸນຮ່ວມໝູ່ ໃນວັນນີ້ກໍແມ່ນດີໃຈຫຼາຍທີ່ສຸດແລ້ວ.
ດ້ວຍຄວາມຈິງ ດັ່ງທີ່ວ່າມານັ້ນຈະເຫັນໄດ້ວ່າ ຮີດຄອງ ກໍຄື: ປາງ ບຸນຄັ້ງນີ້ຕ້ອງມີຈຸດປະສົງ ແລະ ອັນເປັນສາ ລະແກ່ນສານຢູ່ ໃນນັ້ນບໍ່ຫຼາຍກໍນ້ອຍ ແລະ ພ້ອມດຽວກັນນັ້ນກໍບໍສະຈາກອັ່ນຫຼ້າຫຼັງງົມງວາຍໃນພາກປະຕິບັດບາງປະການ.
ດັ່ງນັ້ນພຣະທັມມະເທສະໜາກັນນີ້ ອາຕະມາໄດ້ນໍາເອົາເນືື້ອໃນທັງຫຼາຍ ໄດ້ສະດັບຮັບຟັງ ພໍເປັນແນວທາງ ປະຕິບັດສືບຕໍ່ໄປ. ຄໍາວ່າບຸນເຂົ້າສະຫຼາກນີ້ ກໍແມ່ນບຸນໃຫ້ທານຄື່ກັບບຸນອື່ນໆ ແຕ່ວ່າການໃຫ້ທານໃນປາງບຸນນີ້ ເພິ່ນຮ້ອງວ່າ ກາລະທານ ເພາະໄດ້ວາງກໍາໜົດວັນເວລາຄັກແນ່ ແລະ ໃຫ້ມີການຈັດຕັ້ງກັນເຮັດເປັນລະບຽບໜ້າດີ ເພື່ອໃຫ້ຄວາມຄຶກຄື້ນມ່ວນຊື່ນຂື້ນຕາມເຈຕະນາຂອງຜູ້ເຮັດບຸນ ກໍຄື່ກ່ອນຈະເຮັດບຸນກໍມີການປະກາດໃຫ້ກັນຮູ້ຢ່າງກ້ວາງຂວາງ ເວລາຈະເຮັດກໍຕົກລົງກັນຢ່າງຈະແຈ້ງ ເວລາປະຕິບັດຕົວຈິງ ທຸກຄົນກໍ ແມ່ນປະຕິບັດໄດ້ຕາມມະຕິນັ້ນແທ້.
ຈຸດປະສົງຂອງພິທີການໃນປາງບຸນຄັ້ງນີ້ແມ່ນເພື່ອສ້າງຄວາມສາມັກຄີໃນໝູ່ຄະນະແລະ ເຝີກແອບຄົນໃຫ້ຮູ້ເຮັດວຽກງານຕາມໜ້າທີ່ ແລະ ເຄົາລົບໃນໜ້າທີ່ວຽກງານຂອງກັນ ແລະ ກັນອີກປະການໜຶ່ງ ເພື່ອລົດຜ່ອນ ແລະ ລົບລ້າງແນວຄິດ ຖືຊັ້ນວັນນະນັບວ່າເປັນພິທີທີ່ມີເຫດຜົນມີຄວາມຍຸດຕິທໍາດີພໍສົມຄວນ.
ຕໍ່ໄປຈະໄດ້ພັນລະນາຈຸດປະສົງອັນແທ້ຈິງ ໃນການປະຕິບັດຕາມບຸນຄັ້ງນີ້ດັ່ງທີ່ໄດ້ກວ່າມາແລ້ວ ໃນເບື້ອງຕົ້ນວ່າ ປາງບຸນນີ້ແມ່ນປາງບຸນທີ່ 10 ໃນຈໍານວນ 12 ປາງປະຈໍາປີຂອງພວກເຮົາ. ດັ່ງນັ້ນຈິງເຫັນໄດ້ວ່າ ປາງບຸນນີ້ແມ່ນສືບເນື່ອງມາຈາກ ປາງບຸນທີ່ 1 ຄື່ບຸນເຂົ້າປະດັບດິນ ທີ່ພວກເຮົາທັງຫຼາຍໄດ້ຮູ້ກັນແລ້ວວ່າ ນັ້ນແມ່ນບຸນສະຫຼອງຜົນສໍາເລັດໃນຂັ້ນຕົ້ນ ຂອງງານເພີ່ມພູນຜະລິດຜົນດ້ານກະສິກໍາ. ເມື່ອມາເຖິງໄລຍະນີ້ໝາກຜົນຂອງວຽກງານທີ່ພວກເຮົາໄດ້ພາກພຽນພະຍາຍາມ ເອົາໃຈໃສ່ຢ່າງບໍ່ລົດລະນັ້ນ ກໍເຫັນວ່າປະກົດຂື້ນມາຢ່າງເປັນທີ່ເພິ່ງພໍໃຈແລ້ວ ເຊັ່ນຕົວຢ່າາງໃນບຸນປາງນີ້ ບາງຄົນກໍໄດ້ ເຮັດເຂົ້າໜົມ ບາງຄົນກໍໄດ້ເຮັດເຂົ້າໃໝ່ ໝາກໄມ້ຫົວມັນ ແລະ ອື່ນໆ ສິ່ງເຫຼົານີ້ລ້ວນແຕ່ແມ່ນໝາກຜົນທີ່ປະກົດໃນຕອນກາງຂອງວຽກການເພີ່ມພູນຜະລິດຜົນ ທີ່ພາກັນຊາວໄຮ່ນາເຮົາ ມີຄວາມເບີກບານມ່ວນຊື່ນ ແລະ ເຊື່ອໝັ້ນຕໍ່ຜົນງານຂອງຕົນ ຈື່ງໄດ້ພາກັນຈັດໃຫ້ມີການເຕົ້າໂຮມກັນ ເພື່ອສະແດງຜົນງານດ້ວຍການທໍາບຸນໃຫ້ທານ ທັງນີ້ກໍເພື່ອເຮັດໃຫ້ມີຄວາມມ່ວນຊື່ນ ຂື້ນກວ່າເດີມ ພ້ອມດຽວກັນນັ້ນເພື່ອຮັບປະກັນໝາກຜົນໃນບັ້ນປາຍກໍຕ້ອງມີການຈັດໃຫ້ມີການຄົ້ນຄວ້າ ຖອດຖອນເອົາບົດຮຽນນໍາກັນເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິບັດສືບຕໍ່ໄປ. ດ້ວຍຈຸດໝາຍປາຍທາງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຕົນ, ຂອງຄອບຄົວຂອງໝູ່ຄະນະ ແລະ ປະເທດຊາດບ້ານເມືອງ ໃຫ້ມີຄວາມອຸດົມສົມບູນຮັ່ງມີ ແລະ ຈະເລີນກ້າວໜ້າເປັນລໍາດັບ ເພື່ອກໍາຈັດປັດເປົ່າຄວາມທຸກຍາກຂອງຕົນ ແລະ ປະເທດຊາດໃຫ້ໝົດສິ້ນໄປ. ຕາມທີ່ໄດຊິີ້ແຈ່ງສະແດງອອກມາແລ້ວທັງໝົດນັ້ນ ແມ່ນເນື້ອໃນຈິດໃຈຂອງການເຮັດບຸນອັນໃດ ກໍຕາມຈຸດປະສົງຂອງ ຜູ້ເຮັດແມ່ນຕ້ອງການຄວາມສຸກຄວາມຈະເລີນນັ້ນເອງ ທັງນີ້ກໍຍ້ອນຄວາມເຊື່ອໝັ້ນວ່າ ກໍສ້າງບຸນຂື້ນມານັ້ນແມ່ນນໍາຄວາມສຸກມາໃຫ້. ດັ່ງນັ້ນເຮົາທັງຫຼາຍ ຈຶ່ງໄດ້ພາກັນຝັກໄຝ່ ແຕ່ໃນການເຮັດບຸນ ຄໍາວ່າບຸນ ເປັນພຽງນາມມະທໍາອັ່ນໜຶ່ງວ່າດ້ວຍເຫດຂອງມັນແມ່ນ ເປັນຊື່ ຂອງຄວາມດີ ຖ້າເວົ້າໂດຍຜົນແມ່ນຊື່ຂອງຄວາມສຸກ. ລວມຄວາມວ່າ ຄວາມດີ ແລະ ຄວາມສຸກນັ້ນເອງແມ່ນໂຕບຸນ. ຄໍາວ່າບຸນນີ້ ທຸກຄົນກໍປາຖະໜາ ພໍແຕ່ໄດ້ຍິນຄໍາບຸນເທົ່ນັ້ນກໍດີໃຈແລ້ວ, ນີ້ກໍແມ່ນລັກສະນະຂອງ ບຸນປະການໜຶ່ງ ອີກປະການໜຶ່ງ ຄໍາວ່າບຸນ ບຸນເປັນສະວະທໍາສໍາລະຈິດໃຈໃຫ້ສະອາດ ປາສະຈາກເຄື່ອງເສົ້າໝອງໃຈ.
ຖ້າວ່າຄົນເຮົາຮູ້ຕົວບຸນ ແລະ ລັກສະນະຂອງບຸນແລ້ວ ປະພຶດຕົນໃຫ້ຕັ້ງຢູ່ໃນລັກສະນະຂອງບຸນນັ້ນແລ້ວ ກໍຈະໄດ້ຮັບຄວາມສຸກເກີດຂຶື້ນໃນໃຈໂດຍແທ້. ສ່ວນທີ່ເກີດຂອງບຸນນັ້ນມີຫຼາຍທາງ ແຕ່ພຣະສໍາມາສໍາພຸດທະເຈົ້າ ໄດ້ສະແດງໄວ້ໂດຍຫຍໍ້ມີພຽງ 3 ປະການ:
ປະການທີ່ໜຶ່ງ ທານະໄມ ບຸນສໍາເລັດດ້ວຍການບໍລິຈາກທານ ຄໍາວ່າທານໝາຍເຖິງວັດຖຸ ແລະ ເຈຕະນາຂອງຜູ້ໃຫ້ ການໃຫ້ທານສະແດງ ເຖິງເຈຕະນາກວ້າງຂວາງໂອບອ້ອມອາລີ ເອື້ອເຟື້ອເພື່ອແແຜ່ ໝາຍຄວາມວ່າ ຕົນເອງມີຄວາມຮູ້ສຶກເປັນຫວ່ງເປັນໃຍນໍາຊີວິດການເປັນຢູ່ຂອງຜູ້ອື່ນ ຕົນມີຄວາມໝຸ້ງມາດປາຖະໜາຢາກໃຫ້ຜູ້ອື່ນຫຼຸດພົ້ນອອກຈາກ ຄວາມທຸກຍາກຂາດເຂີນ ແລະ ມີຄວາມສຸກຄື່ດັ່ງຕົນ. ຜູ້ໃຫ້ທານແມ່ນບໍ່ປາຖະໜາສິ່ງຕອບແທນທັງໃດທັງສິ້ນ ໃຫ້ດ້ວຍໃຈບໍລິສຸດຜຸດຜ່ອງຢ່າງແທ້ຈິງການໃຫ້ທານມີ 2 ຢ່າງຄື:
- ໃຫ້ວັດຖຸສິ່ງຂອງ ເປັນຕົ້ນແມ່ນເຂົ້ານໍ້າໂພສະນາ ອາຫານເສື້ອຜ້າທີ່ຢູ່ທີ່ນອນ ຫຼືຫວ້ານຢາປິ່ນປົວພະຍາດໂລກເຫຼົ່ານີ້ ຮ້ອງວ່າອາມິດສະທານ. ອີກປະການໜຶ່ງຜູ້ເຈຕະນາດີເຫັນຜູ້ອື່ນຕົກທຸກໃນຄວາມໂງ່ເຂົາເບົາປັນນຍາ ຕັ້ງໃຈອົບຮົມສັ່ງສອນຜູ້ນັ້ນ ເຮັດໃຫ້ຜູ້ນັ້ນຮັບຮູ້ບາບບຸນຄຸນໂທດ ເຮັດໃຫ້ຜູ້ນັ້ນຕັ້ງຕົນໄວໃນທາງທີ່ຊອບປະກອບດ້ວຍສໍາມາອາຊີວະ ຊັກນໍາຜູ້ນັ້ນ ໃຫ້ເຮັດແຕ່ຄຸນງາມຄວາມດີອັ່ນນີ້ຮ້ອງວ່າ ທໍາມະທານລັກສະນະ ຂອງການໃຫ້ທັງສອງຢ່າງນັ້ນແມ່ນມີສອງປະການຄື່: ໃຫ້ເພື່ອສົງເຄາະອານຸເຄາະ ແກ່ຜູ້ຕົກທຸກໄດ້ຍາກ ຫຼືຄິດສະເລ່ຍຜົນປະໂຫຍດໃຫ້ແກ່ກັນ ແລະ ກັນ ນັ້ນປະການໜຶ່ງ ອີກປະການໜຶ່ງ ແມ່ນໃຫ້ເພື່ອຕອບບຸນແທນຄຸນຂອງທ່ານຜູ້ໄດ້ເຮັດຄຸນງາມຄວາມດີໃຫ້ແກ່ຕົນມາກ່ອນ ຫຼືຜູ້ທີ່ຄວນບູຊາຄວນເຄົາລົບ ນັບຖືຂອງຄົນທົ່ວໄປ. ການໃຫ້ດັ່ງກ່າວມານີ້ ມີລັກສະນະເປັນເຄື່ອງ ຟອກຈິດໃຈໃຫ້ບໍລິສຸດຂາວສະອາດ ກໍາຈັດໂລບມາກໂລພາຄວາມອິດສາອິດສະຫຍາ ແລະ ກໍາຈັດປັດເປົ່າຄວາມຂີ້ໜຽວແໜ້ນຂອງຕົນເອງດັ່ງນັ້ນ ຈື່ງຊື່ວ່າບຸນຄຸນງາມຄວາມດີ ທີ່ສໍາເລັດດ້ວຍການບໍລິຈາກທານ.
ປະການທີ່ສອງ ສີລະໄມ ບຸນສໍາເລັດດ້ວຍການຮັກ ສາສິນ ຄໍາວ່າ ສິນແມ່ນພາວະທໍາສະນິດໜຶ່ງ ແລະ ກໍແມ່ນລະບຽບຂອງສັງຄົມແມ່ນຄວາມ ເປັນປົກກະຕິທາກາຍ ແລະ ວາຈາ ຂອງຄົນທົ່ວໄປ. ປົກກະຕິຂອງຄົນທົ່ວໄປ ແມ່ນໃຜ່ກໍຕ້ອງການຢູ່ຮ່ວມກັນໂດຍສັນຕິ ຄື່ບໍ່ມັກການຂ້າຟັນລັນແທງ, ການກົດຂີ່ຂົ່ມເຫັງ, ການຂູດຮີດທາລຸນກັນ ແລະ ກັນ ດັ່ງນັ້ນຄວາມບໍ່ຂ້າກັນ, ບໍ່ບຽດບຽນກັນ ແມ່ນຄວາມເປັນປົກກະຕິຂອງຄົນທັງຫຼາຍ ການບໍ່ລັກຜົກຈົກຫໍ່ ບໍ່ປະພຶດພິດ ຮີດຄອງປະເພນີຂອງກັນ ແລະ ກັນ ກໍແມ່ນຄວາມເປັນປົກກະຕິທາງກາຍຂອງຄົນທັງຫຼາຍ ຄົນທັງຫຼາຍຍ່ອມມັກ ແລະ ປາຖະໜາຢູ່ຮ່ວມກັນດ້ວຍຄວາມຊື່ສັດສຸດຈະລິດ ເວົ້າຈາປາໃສດ້ວຍກິລິຍາທີ່ອ່ອນຫວານ ບໍ່ມັກການຕົວະຍົວະລອກລວງ ແລະ ຄວາມປາກກ້າ ວ່າແຂງຂີ້ສໍ້ຕໍ່ແຫຼ ດ້ວຍຄວາມຊື່ສັດ.
ທັງໝົດທີ່ກວ່າມານີ້ຊື່ວ່າ: ສິນບຸນສໍາເລັດດ້ວຍການຮັກສາສິນ ແມ່ນຄຸນງາມຄວາມດີ ທີ່ບຸກຄົນໄດ້ແອບຕົນໃຫ້ເປັນ ຄົນມີລະບຽບວິໄນ, ມີຄວາມເມດຕາປານີຕໍ່ເພື່ອນມະນຸດ ແລະ ຈິດໃຈ ອົງອາດກ້າຫານກ້າເສຍສະຫຼະທັງວັດຖຸ ຕະຫຼອດຮອດຊີວິດອິນຊີ ຂອງຕົນເພື່ອສິນທໍາ ແລະ ປະເທດຊາດ ຈາກຄວາມຜູ້ມີສິນນີ້ໄດ້ເຮັດໃຫ້ຄວາມສາມັກຄີຮັກແພງ ເກີດຂື້ນພາຍໃນຄອບຄົບໃນໝູ່ຄະນະ, ພາຍໃນຊາດໜຶ່ງ ຕະຫຼອດຮອດເພື່ອນມະນຸດຮ່ວມໂລກທີ່ຕົກທຸກໄດ້ຍາກ.
ປະການທີ່ສາມ ພາວັນນະໄມ ບຸນສໍາເລັດດ້ວຍດານອົບຮົມຈິດໃຈຂອງຕົນ ການເຝີກຝົນອົບຮົມແນວຄິດຈິດໃຈ ຂອງຕົນຮ້ອງວ່າພາວັນນາ ເພາະວ່າເຮັດໃຫ້ຈິດໃຈທີ່ຂຸ່ນມົວ ໄປດ້ວຍມົນທິນກິເລດ ນັ້ນກາຍເປັນຈິດໃຈບໍລິສຸດຜຸດຜ່ອງທາງທໍາມະທີ່ຮ້ອງວ່າ ພາວານະທີ່ຝີກຝົນ ອົບຮົມຈິດໃຈນີ້ ບໍ່ແມ່ນເປັນຂອງທໍາມະດາແລ້ວ ຈິດໃຈຂອງຄົນເຮົາເມື່ອເກີດມາແມ່ນ ມີຄວາມບໍລິສຸດຜຸດຜ່ອງແທ້ ແຕ່ວ່າເມື່ອປະສົບອາລົມພາຍນອກໝາຍຄວາມວ່າ ສິ່ງແວດລ້ອຍຢູ່ພາຍນອກນັ້ນພາໃຫ້ຈິດໃຈຂອງຄົນເຮົາເອນອ່ຽງໄປບາງຄັ້ງ ຄາວເມື່ອວັດຖຸພາຍນອກມາກະທົບເຂົ້າພາໃຫ້ຈິດໃຈມີຄວາມໂລບມາກໂລພາໃນວັດຖຸເຫຼົ່ານັ້ນ ຖ້າວ່າບຸກຄົນປ່ອຍໃຫ້ຈິດໃຈຂອງຕົນເປັນໄປຕາມສິ່ງແວດລ້ອມນັ້ນແລ້ວ ກໍກາຍເປັນຈິດໃຈ ເສົ້າໝອງ ທາງທັມມະຮ້ອງວ່າ ກິເລດເຂົ້າຄອບຫງໍາ. ດັ່ງນັ້ນ ຈື່ງມີຄວາມຈໍາເປັນ ທີ່ທຸກຄົນຕ້ອງໄດ້ຝືກຝົນອົບຮົມແນວຄິດຈິດໃຈຂອງຕົນເອງຢູ່ເລືອຍໆ ໂດຍຍົກເອົາສັດຈະທໍາຄໍາສອນຂອງພຣະສໍາມາສໍາພຸດທະເຈົ້າຂື້ນມາ ພິຈາລະນາຢ່າງຕໍ່ເນື່ອງພິນິດຄົ້ນຄິດໃຫ້ເຫັນ ຄວາມຈິງວ່າ ສັບພະສິ່ງໃນໂລກນີ້ລ້ວນແຕ່ຕົກຢູ່ໄຕ ລັກສະນະ 3 ປະການ ຄື: ບໍ່ທ່ຽງ, ເປັນທຸກ, ເປັນອານັດຕາ.
ຕັດສະໜາ ສາທາໂວ ເພາະສະນັ້ນ ທ່ານສາທຸຊົນທັງຫຼາຍ ເມື່ອໄດ້ຟັງພະທໍາມະເທສະໜາແລ້ວ ຈົ່ງພາກັນນໍາເອົາເນື້ອໃນສິນທໍານີ້ ໄປປະຕິບັດໃຫ້ໄດ້ຜົນຕາມສົມຄວນແກ່ຄວາມສາມາດຂອງຕົນ. ຕາມທີ່ໄດ້ຊີແຈ່ງສະແດງມາຕັ້ງແຕ່ຕົ້ນຈົນອະວາສານນັ້ນ ພໍຈະຊີ້ໃຫ້ເຫັນວ່າ ບຸນແມ່ນ ຄວາມດີ ບຸນມີໃນຈິດຂອງຜູ້ໃດ ກໍຈະຟອກຈິດໃຈຂອງຜູ້ນັ້ນໃຫ້ບໍລິສຸດສະອາດ ເມື່ອໃຈສະອາດກາຍວາຈາກໍສະອາດຕາມບຸກຄົນເຊັ່ນນັ້ນ ຊື່ວ່າ ເປັນຄົນສະອາດທັງພາຍນອກ ແລະ ພາຍໃນ ມີໃຈງົດເວັ້ນຈາກອະກຸສົນ. ດັ່ງນັ້ນທຸກຄົນທີ່ເຮັດ ບຸນຈະເປັນບຸນປະເພດໃດກໍຕາມ ໂດຍສະເພາະແມ່ນການເຮັດບຸນໃນຄັ້ງນີ້ທຸກຄົນ ກໍແມ່ນຕ້ອງການຄວາມດີ ແລະ ຄວາມສຸກ ຈິ່ງໄດ້ພາກັນຂົນຂວາຍສ້າງຕັ້ງແຕ່ບຸນເພາະເຊື່ອວ່າ ການສ້າງບຸນແມ່ນນໍາຄວາມສຸກມາໃຫ້ສົມຕາມພາສິດທີ່ຍົກມາເບື້ອງຕົ້ນນັ້ນວ່າ
ປຸນຍັດສະ ອຸດຈະໂຍ ດັ່ງນີ້ ທ້າຍສຸດແຫຼ່ງພະສັດທໍາມະເທສະໜານີ້ຂໍອໍານວຍອາຍຸວັນນະ ສຸຂະ ພະລະ ຕະຫຼອດກາລະນາ ເທສະນາບັນທານດັງຮັບປະທານສະແດງມາໃນ ສະລາກະພັດຕະທານະ ກະຖາເຫັນສົມຄວນແກ່ເວລານິດຖິຕາ.
ປະທານອົງການພຸດທະສາສະໜາສໍາພັນລາວ
ອົງທີ 4 ເຈົ້າອະທິການ ວັດອົງຕື້ມະຫາວິຫານ
ຊື່ແລະນາມສະກຸນ
ພຣະອາຈາຣຍ໌ໃຫຍ່ ດຣ. ມະຫາຜ່ອງ ສະມາເລິກ
ສະຖານທີ່ເກີດ:
ພຣະອາຈານ ໃຫຍ່ ດຣ. ມະຫາຜ່ອງ ສະມາເລີກ ສາຍາ ປີຍະທີໂຣ ເກີດເມື່ອວັນທີ 10 ເມສາ 1916 ທີ່ບ້ານກຸງນ້ອຍ ໝູ່ທີ 6 ຕຳບົນກຸສະກອນ ອຳເພີ ຕຣະການພືດຜົນ ຈັງຫວັດ ອຸບົນຣາຊະທານີ (ປະເທດໄທ-ໃນປັດຈຸບັນ) ເປັນລູກຄົນທີ 6 ຂອງບິດາຊື່ : ສີຫາ ສະມາເລີກ ມານດາຊື່ ວັນນາ ສະມາເລີກ ມີພີ່ນ້ອງຮ່ວມທ້ອງດຽວກັນ 9 ຄົນ. ຊາຍ 5 ຄົນ ແລະ ຍິງ 4 ຄົນ:
1. ທ້າວ ໝາຫຍຸຍ
2. ທ້າວ ໝາທຸຍ
3. ນາງ ຍອກແກ້ວ
4. ທ້າວ ຄຳເຕັມ
5. ນາງ ກ້ຽງຫອມ
6. ທ້າວ ຄຳປາວ ( ພຣະອາຈາຣຍ໌ໃຫຍ່ ດຣ ມະຫາຜ່ອງ )
7. ນາງ ຈີວອນ
8. ທ້າວ ໝາຄານ
9. ນາງ ລະອໍ
ເມື່ອອາຍຸໄດ້ 10 ປີ ໄດ້ເຂົ້າຮຽນໜັງສືໄທ ຢູ່ໂຮງຮຽນປະຖົມປະຈຳຕຳບົນ ກຸສະກອນ, ອຳເພີ ຕຣະການພືດຜົນ ຈົບຊັ້ນປະຖົມ(ໃນສະໄໝນັ້ນ ມີພຽງແຕ່ປະຖົມ3 ) ອາຍຸໄດ້ 14 ປີ, ໄດ້ຍ້າຍຈາກບ້ານເດີມໄປຢູ່ໂພນທອງ, ຕາແສງໂພນທອງ, ເມືອງໂພນທອງ, ແຂວງຈຳປາສັກ(ປະເທດລາວ)
ບັນພະຊາເປັນສາມະເນນ
ພຣະອາຈານ ໃຫຍ່ ດຣ. ມະຫາຜ່ອງ ສະມາເລີກ ບັນພະຊາເປັນສາມະເນນ ເມື່ອອາຍຸ 15 ປີ ຢູ່ວັດບ້ານກຸງນ້ອຍ(ບ້ານເກີດ) ບວດຢູ່ໄດ້ 1 ປີ ກັບ 3 ເດືອນ ຈຶ່ງໄດ້ສິກຂາເນື່ອງຈາກສຸຂະພາບບໍ່ອຳນວຍ.
ອຸປະສົມບົດ
ພຣະອາຈານ ໃຫຍ່ ດຣ. ມະຫາຜ່ອງ ສະມາເລີກ ໄດ້ອຸປະສົມບົດເປັນພຣະພິກຂຸ ເມື່ອວັນທີ 10 ເມສາ 1936. ທີ່ວັດໂພສີ (ບຸລິລັດ) ບ້ານກຸ້ງນ້ອຍ ອຳເພີ ຕຣະການພືດຜົນ ຈັງຫວັດ ອຸບົນຣາຊະທານີ.ໂດຍມີພຣະອາຈານ ອຸປະຊາຣິດ ເປັນພຣະ ອຸປັດຊາ, ພຣະອາຈານຊູ, ພຣະອາຈານສວນ ແລະ ພຣະອາຈານພູນ ເປັນກຳມະວາຈາ ພ້ອມດ້ວຍຄະນະສົງ 41 ອົງ. ໄດ້ຮັບສາຍາວ່າ ປີຍະທີໂຣ
ການສຶກສາ
ພຣະອາຈານ ໃຫຍ່ ໄດ້ເຂົ້າໄປສືກສາ ຢູ່ບາງກອກ ທີ່ວັດ ຊະນະສົງຄາມ ບາງລໍາພູ ວັນທີ່ 1 ຕຸລາ 1937. ເປັນເວລາ 16ປີ ຈົນເສັ່ງໄດ້ ປະຣຽນ 6 ປະໂຫຍກ (ບາລີ) ຈາກນັ້ນໄດ້ທໍາໜ້າທີເປັນພຣະ ສອນສີລທັມ ແລະ ຄຣູໃຫຍ່ ທີ່ວັດຊະນະສົງຄາມ ເປັນເວລາ 8 ປີ. ນັບແຕ່ ປີ ຄ.ສ. 1952 ໄດ້ຍ້າຍຈາກປະເທດໄທມາເປັນຄຣູສອນຢູ່ໂຮງຮຽນມັດທະຍົມສົງຢູ່ວັດຫລວງປາກເຊເຖີງ 3 ປີ. ເຖີງປີ 1955 ໄດ້ຍ້າຍຂື້ນມາເປັນຄູສອນໂຮງຮຽນມັດທະຍົມສົງຢູ່ວັດອົງຕື້ນະຄອນຫລວງວຽງຈັນ. ປີ ຄ.ສ. 1957 ໄດ້ຍ້າຍລົງເປັນເຈົ້າຄະນະແຂວງໆຈຳປາສັກ 6 ປີ ກັບ 6 ເດືອນ. ປີ ຄ.ສ. 1976 ໄດ້ຍ້າຍຈາກແຂວງຈຳປາສັກມາຢູ່ສູນກາງອົງການພຸດທະສາສນາສຳພັນລາວ. ເປັນປະທານຄະນະອະນຸກຳມະການຮັບຜິດຊອບ, ປົກປັກຮັກສາ ແລະ ສ້ອມແປງພຣະທາດຫລວງວຽງຈັນ ແຕ່ປີ ຄ.ສ.1979 ເປັນຕົ້ນມາເປັນຫົວໜ້າຄະນະອຳນວຍການໂຮງຮຽນສ້າງຄູສົງຊັ້ນຕົ້ນ ແລະ ຊັ້ນກາງ ປະຈຳຢູ່ວັດອົງຕື້ ນະຄອນຫລວງວຽງຈັນ.
ໜ້າທີ່ຕຳແໜ່ງ
ປີ ຄ.ສ 1952 ໄດ້ໄປຈໍາພັນສາ ແລະເປັນຄູສອນ ຢູ່ໂຮງຮຽນມັດຖະຍົມສົງ ວັດຫຼວງປາກເຊ ເປັນເວລາ 3 ປີ
ປິ ຄ.ສ 1957 ໄດ້ຍ້າຍ ໄປເປັນເຈົ້າເມືອງໂພນທອງ ລະຍະເວລາ 13 ປີ
ປີ ຄ.ສ 1970 ໄດ້ເລືອນໃຫ້ດໍາລົງຕໍ່າແໜ່ງເປັນ ປະທານ ອ.ຄ.ສ ແຂວງ ຈໍາປະສັກ (ເປັນເວລາ 6 ປິ 6 ເດືອນ)
ປີ ຄ.ສ 1977 ເປັນຫົວໜ້າຄະນະລົງຊີ້ນຳວຽກງານຮອບດ້ານຢູ່ແຂວງຄຳມ່ວນ, ແຂວງສາລະວັນ ແລະ ແຂວງສະຫວັນນະເຂດ
ປີ ຄ.ສ 1976 ໄດ້ຍ້າຍຈາກ ອ.ພ.ສ.ແຂວງຈໍາປາສັກ ໃຫ້ໄປດໍາລົງຕໍ່າແໜ່ງ ຮອງປະທານ ອົງການພຸດທະສາສະໜາສໍາພັນລາວ ທີ່ ນະຄອນຫຼວງວຽງຈັນ.
ປີ ຄ.ສ 1979 ຖືກແຕ່ງຕັ້ງເປັນຫົວໜ້າຄະນະອຳນວຍການໂຮງຮຽນພຣະສົງທົ່ວປະເທດ
ປີ ຄ.ສ 1979 ໄດ້ຖືກແຕ່ງຕັ້ງເປັນຫົວໜ້າໄປປະຊຸມຢູ່ປະເທດມົງໂກລີ ຄັ້ງທີ 1
ປີ ຄ.ສ 1980 ຖືກແຕ່ງຕັ້ງເປັນຫົວໜ້າຄະນະລົງຊີ້ນຳວຽກງານຮອບດ້ານຢູ່ແຂວງຊຽງຂວາງ
ປີ ຄ.ສ 1981 ຖືກແຕ່ງຕັ້ງເປັນຫົວໜ້າຄະນະລົງໄປຮ່ວມພິທີໄຂໂຮງຮຽນອຸດົມສົງ ຢູ່ແຂວງຈຳປາສັກ ແລະ ໃນປີດຽວກັນກໍໄດ້ຖືກແຕ່ງຕັ້ງເປັນຫົວໜ້າຄະນະໄປຮ່ວມປະຊຸມຢູ່ປະເທດສະຫະພາບໂຊວຽດ ເປັນຄັ້ງທີ 3
ປີ ຄ.ສ 1982 ຖືກແຕ່ງຕັ້ງເປັນຫົວໜ້າຄະນະໄປປະຊຸມຢູ່ສະຫະພາບໂຊວຽດເປັນຄັ້ງທີ 4
ປີ ຄ.ສ 1983 ຖືກແຕ່ງຕັ້ງເປັນຫົວໜ້າຄະນະລົງຈັດຕັ້ງຄະນະ ອ.ພ.ສ. ຢູ່ແຂວງວຽງຈັນ
ປີຄ.ສ 1987 ຖືກແຕ່ງຕັ້ງເປັນຫົວໜ້າຄະນະໄປຮ່ວມປະຊຸມຢູ່ປະເທດມົງໂກລີ ເປັນຄັ້ງທີ 2 ແລະ ໃນປີດຽວກັນກໍໄດ້ຖືກແຕ່ງຕັ້ງເປັນຫົວໜ້າຄະນະໄປຢ້ຽມຢາມປະເທດໄທ
ປີ ຄ.ສ 1992 ຖືກແຕ່ງຕັ້ງເປັນຫົວໜ້າຄະນະໄປຮ່ວມປະຊຸມຢູ່ປະເທດສີລັງກາ
ປີ ຄ.ສ 1997 ຖືກແຕ່ງຕັ້ງເປັນຮອງປະທານອົງການພຸດທະສາສນາສຳພັນລາວ ສະໄໝ ພຣະອາຈານ ທອງຄູນ ອະນັນຕະສູນທອນເປັນອົງປະທານ ອ.ພ.ສ ອົງທີ 2
ປີ ຄ.ສ 1999 ຖືກແຕ່ງຕັ້ງເປັນຮອງປະທານອົງການພຸດທະສາສນາສຳພັນລາວ ສະໄໝ ພຣະອາຈານໃຫຍ່ ດຣ. ມະຫາວິຈິດ ສິງຫະລາດ ເປັນອົງປະທານ ອ.ພ.ສ ອົງທີ 3
ປີ ຄ.ສ 2001.ໄດ້ຮັບຕຳແໜ່ງສະມະນະສັກຊັ້ນ “ອັກຄະສັດທັມມະໂຊຕິກະທະຊະ”ຈາກລັດຖະບານ ສະຫະພາບພະມ້າ
ປີ ຄ.ສ 2011 ໄດ້ຖືກແຕ່ງຕັ້ງຈາກກອງປະຊຸມຜູ້ແທນພຣະສົງທົ່ວປະເທດສະໄໝທີ 6.ໃຫ້ເປັນປະທານອົງການພຸດທະສາສະໜາສໍາພັນລາວ ອົງທີ 4
ປີ ຄ.ສ 2012 ໄດ້ຮັບລາງວັນສັນຕິພາບໂລກ World Peace Award 2012 ຈາກປະທານາທິບໍດີປະເທດສີລັງກາ
ມາຮອດວັນທີ 7 ຕຸລາ 2015 ເວລາ 17:11 ໂມງ ພຣະອາຈານໃຫຍ່ ດຣ. ມະຫາຜ່ອງ ສະມາເລິກ ປະທານສູນກາງພຸດທະສາສະໜາສຳພັນລາວ, ເຈົ້າອະທິການວັດອົງຕື້ ນະຄອນຫລວງວຽງຈັນ ໄດ້ເຖິງແກ່ມໍລະນະພາບແລ້ວ ລວມອາຍຸໄດ້ 100 ປີ 6 ເດືອນ 81 ພັນສາ.
ຜົນງານທີ່ໄດ້ສ້າງໄວ້
v ການເຄື່ອນໄຫວວຽກງານທາງການເມືອງພາຍໃນປະເທດ:
ແຕ່ປີ ຄ.ສ 1946 ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ກູ້ຊາດ ກັບລັດຖະບານເຈົ້າເພັດຊະລາດຢູ່ປະເທດໄທ ແຕ່ປີ 1952-1955ກັບຈາກປະເທດໄທ ມາເຄື່ອນໄຫວຢູ່ແຂວງຈຳປາສັກ ໃນຖານະເປັນຄຣູສອນຢູ່ໂຮງຮຽນມັດທະຍົມສົງ ວັດຫຼວງປາກເຊ ແຕ່ປີ ຄ.ສ 1955 ເຖີງປີ ຄ.ສ 1957 ໄດ້ຂື້ນມາເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ ໃນຖານະເປັນຄຣູສອນ ແລະ ເປັນເລຂາທິການອົງການປົກຄອງສົງ ແຕ່ປີ ຄ.ສ 1957 ກັບຈາກນະຄອນຫຼວງວຽງຈັນລົງໄປເຄຶ່ອນໄຫວຢູ່ແຂວງຈຳປາສັກ ໃນຖານະເປັນເຈົ້າຄະນະເມືອງ ເມືອງໂພນທອງ ແລະ ເປັນເຈົ້າຄະນະແຂວງຈຳປາສັກ. ໃນປາຍປີ ຄ.ສ 1975. ໄດ້ເຂົ້າຮ່ວມຂະບວນການຢຶດອຳນາດຢູ່ແຂວງຈຳປາສັກ. ຫຼັງຈາກນັ້ນ, ທາງສູນກາງໄດ້ຮຽກໃຫ້ຂື້ນມານະຄອນຫຼວງວຽງຈັນເຂົ້າຮ່ວມການຈັດຕັ້ງຊົ່ວຄາວ ແລະ ທາງກສນໄດ້ມອບວຽກໃຫ້ກັບລົງໄປແຂວງຈຳປາສັກ ເພື່ອໂຮມພຣະສົງເຂົ້າເປັນອັນໜື່ງອັນດຽວກັນ.
ອີງໃສ່ແນວທາງນະໂຍບາຍຂອງພັກ-ລັດ ຖືກຕ້ອງເປັນທັມ ແລະ ສອດຄ່ອງກັບທາດແທ້ຂອງສີລະທັມທາງພຸດທະສາສນາ ພວກເຮົາໄດ້ເຕົ້າໂຮມເອົາພຣະສົງເຖຣານຸເຖຣະ ຜູ້ຊົງຄຸນນະວຸດໃນທົ່ວ 3 ແຂວງພາກໃຕ້.
ໃນເມື່ອກ່ອນ: ແຂວງເຊໂດນ, ແຂວງສີພັນດອນ, ແຂວງຈຳປາສັກ ເຂົ້າມາຮ່ຳຮຽນຢູ່ວັດຫຼວງປາກເຊ ໃຊເວລາພຽງ 21 ວັນ, ພວກເຮົາກໍ້ສາມາດເຮັດໃຫ້ພຣະສົງທັງໝົດ ໃຫ້ເຫັນໄດ້ທາດຄວາມເປັນທັມຂອງລະບອບໃໝ່ ຈິ່ງໄດ້ພາກັນ ຕັດສິນໃຈລົບລ້າງການຈັດຕັ້ງເກົ່າທີ່ບໍ່ເປັນທັມ ລວມທັງລັດທິນິກາຍເຊັ່ນ: ມະຫານິກາຍ ແລະ ທັມມະຍຸດ ຢູ່ໃນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນຖືກລຶບລ້າງຢ່າງຮາບກ້ຽງ ແລະ ຕະຫຼອດການໂດຍການເຂົ້າຮ່ວມສາມັກຄີລົງອຸໂປສົດສູດພຣະປາຕິໂມກ ໃນເດືອນ 7 ແຮມ 3 ຄ່ຳ ປີ ຄ.ສ 1976.
ຫຼັງຈາກນັ້ນ, ໄດ້ກັບຂື້ນມານະຄອນຫຼວງວຽງຈັນ ເຂົ້າຮ່ວມກອງປະຊຸມໃຫຍ່ພຣະສົງທົ່ວປະເທດ ໃນກອງປະຊຸມຄັ້ງນີ້ ໄດ້ປະກາດລຶບລ້າງການຈັດຕັ້ງເກົ່າທຸກຢ່າງ ທີ່ບໍ່ເປັນທັມ ແລະໄດ້ເລືອກຕັ້ງໃໝ່ ໃນນັ້ນ ພຣະອາຈານໃຫຍ່ ດຣ ມະຫາຜ່ອງ ສະມາເລີກ ໄດ້ຖືກເລືອກຕັ້ງຈາກກອງປະຊຸມສົງທົ່ວປະເທດໃຫ້ເປັຍຮອງປະທານ ອ.ພ.ສ ສູນກາງ ໂດຍມີພຣະອາຈານມະຫາຄຳຕັນ ເທບບົວລີ ເປັນປະທານ ອົງທີ 1.
ໃນປີ ຄ.ສ 1977 ເປັນຫົວໜ້າຄະນະລົງຊີ້ນຳວຽກງານຮອບດ້ານຢູ່ແຂວງຄຳມ່ວນ, ແຂວງສາລະວັນ ແລະ ແຂວງສະຫວັນນະເຂດ ໃຊ້ເວລາເຖີງ 5 ເດືອນເຕັມ. ປີ ຄ.ສ 1979 ຖືກແຕ່ງຕັ້ງເປັນຫົວໜ້າຄະນະອຳນວຍການໂຮງຮຽນພຣະສົງທົ່ວປະເທດ. ຕໍ່ມາຖືກແຕ່ງຕັ້ງເປັນຫົວໜ້າອຳນວຍການໂຮງຮຽນສ້າງຄຣູສົງຊັ້ນຕົ້ນ ແລະ ຊັ້ນກາງທີ່ວັດອົງຕື້ ນະຄອນຫຼວງວຽງຈັນ. ປີ ຄ.ສ 1980 ຖືກແຕ່ງຕັ້ງເປັນຫົວໜ້າຄະນະລົງຊີ້ນຳວຽກງານຮອບດ້ານຢູ່ແຂວງຊຽງຂວາງ ແລະ ໄດ້ສ້າງຕັ້ງໂຮງຮຽນມັດທະຍົມຂື້ນ 1 ແຫ່ງຢູ່ແຂວງຊຽງຂວາງ. ປີ ຄ.ສ 1981 ຖືກແຕ່ງຕັ້ງເປັນຫົວໜ້າຄະນະລົງໄປຮ່ວມພິທີໄຂໂຮງຮຽນອຸດົມສົງ ຢູ່ແຂວງຈຳປາສັກ. ປີ ຄ.ສ 1983 ຖືກແຕ່ງຕັ້ງເປັນຫົວໜ້າຄະນະລົງຈັດຕັ້ງຄະນະ ອ.ພ.ສ. ຢູ່ແຂວງວຽງຈັນ ແລະ ໄດ້ມອບການສຶກສາຂັ້ນໂຮງຮຽນມັດທະຍົມສົງໃຫ້ແກ່ແຂວງວຽງຈັນ. ປີ ຄ.ສ 1984 ໄດ້ລົງຊີ້ນຳວຽກງານຮອບດ້ານຢູ່ແຂວງບໍລິຄຳໄຊ, ແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງຫົວພັນ ແລະ ໄດ້ຈັດຕັ້ງໂຮງຮຽນມັດທະຍົມສົງ ຢູ່ແຂວງບໍລິຄຳໄຊວັນທີ 16 ມັງກອນ 1987 ລົງຊີ້ນຳຢູ່ແຂວງຫຼວງພະບາງ ແລະ ສ້າງຕັ້ງໂຮງຮຽນສ້າງຄຣູສົງຊັ້ນຕົ້ນ, ວັນທີ 21 ມັງກອນ1987 ລົງຊີ້ນຳຢູ່ແຂວງບໍ່ແກ້ວ ແລະ ໄດ້ສ້າງຕັ້ງໂຮງຮຽນມັດທະຍົມສົງຂື້ນ 1 ແຫ່ງ. ປີ ຄ.ສ 1990 ລົງເກັບກຳຂໍ້ມູນຢູ່ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງເຊກອງ, ແຂວງອັດຕະປື ແລະ ແຂວງຈຳປາສັກ ໃຊ້ເວລາເຖີງ 3 ເດືອນປາຍ ຈີ່ງສຳເລັດວຽກງານ, ປີ ຄ.ສ 1996 ລົງເກັບຂໍ້ມູນຮອບດ້ານຢູ່ແຂວງຊຽງຂວາງ.
v ການເຄື່ອນໄຫວວຽກງານຕ່າງປະເທດ
ໄດ້ຖືກທາງການແຕ່ງຕັ້ງ ໃຫ້ເປັນຄະນະໄປຢ້ຽມຢາມສັນທະວະໄມຕຣີທາງດ້ານສາສນາ ທີ່ປະເທດ ສະຫະພາບໂຊວຽດ ຕາມຄຳເຊີນຂອງລັດຖະບານ ສະຫະພາບໂຊວຽດ.
ໃນປີ ຄ.ສ 1979 ໄດ້ຖືກແຕ່ງຕັ້ງເປັນຫົວໜ້າໄປປະຊຸມຢູ່ປະເທດມົງໂກລີ ຄັ້ງທີ 1 ໃນປີ ຄ.ສ 1980 ເປັນຮອງຫົວໜ້າຄະນະໄປຮ່ວມກອງປະຊຸມຢູ່ະເທດສະຫະພາບໂຊວຽດເປັນຄັ້ງທີ 2.ໃນປີ ຄ.ສ 1981 ຖືກແຕ່ງຕັ້ງເປັນຫົວໜ້າຄະນະໄປຮ່ວມປະຊຸມຢູ່ປະເທດສະຫະພາບໂຊວຽດ ເປັນຄັ້ງທີ 3, ໃນປີ ຄ.ສ 1982 ຖືກແຕ່ງຕັ້ງເປັນຫົວໜ້າຄະນະໄປປະຊຸມຢູ່ສະຫະພາບໂຊວຽດເປັນຄັ້ງທີ 4, ວັນທີ 15 ມິຖຸນາ 1987 ຖືກແຕ່ງຕັ້ງເປັນຫົວໜ້າຄະນະໄປຮ່ວມປະຊຸມຢູ່ປະເທດມົງໂກລີ ເປັນຄັ້ງທີ 2 ແລະຖືກແຕ່ງຕັ້ງເລີຍໄປປະຊຸມຢູ່ປະເທດຍີ່ປຸ່ນ ທ້າຍເດືອນພະຈິກຕໍ່ໃສ່ເດືອນທັນວາ 1987 ຖືກແຕ່ງຕັ້ງເປັນຫົວໜ້າຄະນະໄປຢ້ຽມຢາມປະເທດໄທ ໃນປີ ຄ.ສ 1992 ຖືກແຕ່ງຕັ້ງເປັນຫົວໜ້າຄະນະໄປຮ່ວມປະຊຸມຢູ່ປະເທດສີລັງກາ.
ເມື່ອປີ ຄ.ສ 2004 ໄດ້ເປັນຫົວໜ້າຄະນະເດີນທາງໄປຮ່ວມກອງປະຊຸມຊາວພຸດໂລກ World Buddhist Submit ທີ່ປະເທດສະຫະພາບພະມ້າ
ຕໍ່ມາ ໃນຕົ້ນເດືອນທັນວາປີ ຄ.ສ 2010. ຕອນທີ່ເປັນຜູ້ຮັກສາການປະທານສູນກາງອົງການພຸດທະສາສນາສຳພັນລາວ ໄດ້ເດີນທາງໄປຮ່ວມງານສູດພຣະໄຕປີດົກນານາຊາດ ທີ່ພຸດທະຄະຍາ ປະເທດອິນເດຍ. ເຊີ່ງລາວເປັນເຈົ້າພາບຮ່ວມກັບປະເທດບັງກາລະເທດ.
ໃນລະຫວ່າງເດືອນມັງກອນປີ ຄ.ສ 2011. ໄດ້ເດີນທາງໄປຮ່ວມງານສະເຫຼີມສະຫຼອງສົມໂພດເຈດີທັງແປດທິດ ແລະ ສະເຫຼີມສະຫຼອງງານບຸນປະຈຳປີຂອງວັດລີ້ວຈູ່ ເພື່ອລະນຶກເຖີງພຣະອາຈານ ຮຸ້ຍເໜີງ. ອະດີດສົມເດັດພຣະສັງຄະຣາຊອົງທີ 6 ຂອງນິກາຍເຊນ ທີ່ແຂວງກວາງດົງ ປະເທດຈີນ.
ໃນລະຫວ່າງວັນທີ 27 ຫາ 30 ເດືອນພະຈິກ ປີ ຄ.ສ 2011 ກໍໄດ້ເດີນທາງໄປຮ່ວມປະຊຸມນານາຊາດ ເພື່ອສະເຫຼີມສະຫຼອງ 2600 ປີ ແຫ່ງການຕັດສະຮູ້ທັມຂອງພຣະສັມມາສັມພຸດທະເຈົ້າຢູ່ກຸງນິວເທີແລນ ແລະ ຫຼັງຈາກສຳເລັດການເຂົ້າຮ່ວມກອງປະຊຸມກໍໄດເດີນທາງຕໍ່ໄປທີ່ພຸດທະຄະຍາແຫ່ງທີ 2 ແລະ ໄດ້ເຂົ້າຮ່ວມເປີດງານສູດພຣະໄຕປີດົກນານາຊາດ ເປັນເທື່ອທີ 2 ເຊີ່ງລາວເຮົາໄດ້ເປັນເຈົ້າພາບຮ່ວມກັບປະເທດບັງກະລາເທດ.
ເມື່ອກັບມາຈາກປະເທດອິນເດຍ ກໍໄດ້ເດີນທາງໄປຮ່ວມກອງປະຊຸມນານາຊາດກ່ຽວກັບວັດທະນະທັມຊາວພຸດທີ່ກຸງພະນົມເປັນ ແລະ ອັງກໍວັດສຽມຣຽບ ເມື່ອວັນທີ 14 ຫາ 17 ທັນວາ 2011.
ເມື່ອວັນທີ 9 ພຶດສະພາ 2012 ກໍໄດ້ເຂົ້າຮ່ວມກອງປະຊຸມນານາຊາດຊາວພຸດໂລກທີ່ກຸງໂຄລຳໂບ ປະເທດສີລັງກາ ເພື່ອຮ່ວມສະຫຼອງພຸດທະຊະຍັນຕີ 2600 ປີແຫ່ງການຕັດສະຮູ້ທັມຂອງພຣະພຸດທະອົງ ພ້ອມນີ້ ກໍໄດ້ຮັບລາງວັນສັນຕິພາບໂລກ World Peace Award 2012 ຈາກປະທານາທິບໍດີປະເທດສີລັງກາ.
v ວຽກງານດ້ານການສຶກສາ
ເຄີຍຖືກແຕ່ວຕັ້ງໃຫ້ເປັນປະທານຄະນະອຳນວຍການໂຮງຮຽນພຣະສົງທົ່ວປະເທດ ແລະ ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຄະນະອຳນວຍການໂຮງຮຽນສ້າງຄຣູຊັ້ນຕົ້ນ ແລະ ຊັ້ນກາງ, ໄດ້ຂະຫຍາຍໂຮງຮຽນຊັ້ນອຸດົມ ແລະ ສ້າງຄຣຸອອກສູ່ແຂວງນອກຫຼາຍແຂວງ.
v ດ້ານການເຜີຍແຜ່
ເມື່ອສະໄໝຮັບຜິດຊອບວຽກງານທາງພາກໃຕ້ເຂດເມືອງໂພນທອງ ແຂວງຈຳປາສັກ ໄດ້ຈັດຕັ້ງເຈົ້າອະທິການວັດທຸກວັດຢ່າງທົ່ວເຖີງ ແລະ ມີການປະຊຸມໃຫຍ່ປະຈຳປີລະຄັ້ງບໍ່ໄດ້ຂາດ. ໄດ້ອອກເຜີຍແຜ່ອົບຮົມທັງພຣະເນນ ແລະ ຍາດໂຍມປີລະໜື່ງຮອບ ໃນທົ່ວຂອບຂດເມືອງຂອງຕົນ. ນອກຈາກໃນເມືອງຂອງຕົນແລ້ວ. ຍັງໄດ້ຖືກນິມົນໄປເທດສະໜາເຜີຍແຜ່ໃນເຂດອື່ນອີກຫຼາຍໆຄັ້ງ. ໄດ້ຈັດຕັ້ງທົ່ວປະເທດ ແລະ ນຳເອົາແນວທາງຂອງພັກຂອງລັດ ແລະ ອົງການລົງເຜີຍແຜ່ໃນຂອບເຂດທົ່ວປະເທດຢ່າງລຽນຕິດ.
ດ້ານການສ້າງສາ
v ຢູ່ພາຍໃນວັດອົງຕື້
1. ຢູ່ພາຍໃນວັດອົງຕື້ວຽງຈັນ ໄດສ້າງກຸດຕິ 2 ຊັ້ນ 1 ຫຼັງ ກວ້າງ 9 ແມັດ, ຍາວ 17 ແມັດ ກໍ່ດ້ວຍດິນຈີ່ ຊັ້ນລຸ່ມປູດ້ວຍແປ້ນ ຊັ້ນເທິງຖອກເບຕົງ, ປູກະໂລ ມຸງດ້ວຍ່ແຜ່ນກະໂລ ສິ້ນຊັບ 25,000,000 ກີບ.
2. ສືບຕໍ່ສ້າງກຸດຕິ 3 ຊັ້ນ 2 ຫຼັງ ກໍ່ດ້ວຍດິນຈີ່ ປູຖອກເບຕົງຂັດມັນ ທັງ 3 ຊັ້ນ. ຫຼັງທີ 1 ສິ້ນຊັບໄປ 22,000,000 ກີບ, ຫຼັງທີ 2 ສິ້ນຊັບໄປ 19,500,000 ກີບ.
3. ສ້າງຫໍກອງ ແລະ ສ້າງຫ້ອງນ້ຳ-ຫ້ອງຖ່າຍ 3 ຊັ້ນ ສິ້ນຊັບໄປ 15 ລ້ານ.
4. ສ້າງປະຕູໂຂງໃສ່ປະຕູວັດທັງສອງເບື້ອງ, ສ້າງຫ້ອງນ້ຳ-ຫ້ອງຖ່າຍຕ້ອນຮັບແຂກ 1 ຫຼັງ ສິ້ນຊັບ 180,000 ບາດ.
5. ສ້າງສາລາໂຮງທັມວັດອົງຕື້ ສິ້ນຊັບ 26,00 ລ້ານກີບ;
6. ບູລະນະປະຕິສັງຂອນ ພັດທະສີມາ 5 ລ້ານບາດ;
7. ບູລະນະກຸດຕິ 3 ຊັ້ນ (ຕິດກົກໂພ) 180 ລ້ານກີບ.
8. ປຸກກຸດຕິຫ້ອງຍາວຊັ້ນດຽວຂ້າງຫໍແຈກ 160 ລ້ານກີບ
9. ສ້າງສາພັດທະນາວັດພູສຳລີ 2,000 ລ້ານກີບ
v ຢູ່ພາກໃຕ້ ເຂດເມືອງໂພນທອງ
ໃນໄລຍະແຕ່ປີ 1957 ເຖິງ 1975 ໄດ້ນຳພາການກໍ່ສ້າງ ແລະ ຂອດສີມາ ຢູ່ເຂດເມືອງໂພນທອງ 32 ໜ່ວຍ, ຢູ່ເຂດຈໍາປາສັກ 6 ໜ່ວຍ ສະເພາະ ຢູ່ວັດເໜືອໂພນທອງ ສ້າງສິມ 1 ຫຼັງ ກວ້າງ 7 ແມັດ, ຍາວ ລວມທັງມຸກໜ້າ ແລະ ມຸກຫຼັງ 2ໄ ແມັດ, ສູງ 16 ແມັດ ກໍ່ດ້ວຍດິນຈີ່ ປູພື້ນດ້ວຍຫິນອ່ອນຂັດມັນ ມຸງດ້ວຍດິນຂໍເຄືອບ ສິ້ນຊັບ 4,500,000 ກີບ (ຂອດສິມປີ 1969 ພ.ສ. 2512) ສ້າງກຸດຕິ 2 ຊັ້ນ 1 ຫຼັງ ກວ້າງ 9 ແມັດ, ຍາວ 36 ແມັດ ຊັ້ນລຸ່ມກໍ່ ຊັ້ນເທິງຕໍ່ດ້ວຍໄມ້, ປູແປ້ນ ແອ້ມແປ້ນ ມຸງດ້ວຍສັງກະສີ ສິ້ນຊັບ 21,500,000 ກີບ ກຸດຕິນ້ອຍ ສ້າງດ້ວຍໄມ້ ມຸງດ້ວຍສັງກະສີ 4 ຫຼັງ, ຫ້ອງນ້ຳ 5 ຫ້ອງ 2 ຫຼັງ ແລະ ຜົນງານການສ້າງໂຮງຮຽນມັດທະຍົມທາງນອກ ຫຼ້າສຸດ 1,200 ລ້ານກີບ.
10. ໄດ້ນຳພາພໍ່ແມ່ປະຊາຊົນເຂດທີ່ໂພນທອງ ສ້າງອາຄານຮຽນຂອງໂຮງຮຽນ ມ.ສ. ເຂດ 5 ໃຊ້ເວລາ 4 ປີ ໄດ້ອາຄານ 3 ຫຼັງ ສິ້ນຊັບມູນຄ່າ 1,200,000 ກີບ.
ດ້ານການປົກຄອງ
- ຜ່ານມາ ເຄີຍໄດ້ຖືກແຕ່ງຕັ້ງ ເປັນປະທານ ອ.ພ.ສ. ເມືອງໂພນທອງ, ເຈົ້າຄະນະແຂວງຈໍາປາສັກ.
- ໄດ້ຖືກເລືອກຕັ້ງໃຫ້ເປັນຮອງປະທານ ອ.ພ.ສ. ແລະ ພ.ສ.ລ. ສູນກາງ ຮັບຜິດຊອບຢູ່ໃນກຸ່ມການປົກຄອງສົງທົ່ວປະເທດໃນປີ 1997 ສະໄໝ ພຣະອາຈາຣຍ໌ ທອງຄູນ ອະນັນຕະສູນທອນ ເປັນອົງປະທານ ອ.ພ.ສ. ອົງທີ 2.
- ປີ 1999 ໃນໄລຍະ ພຣະອາຈາຣຍ໌ໃຫຍ່ ດຣ. ມະຫາວິຈິດ ສິງຫາລາດ ເປັນປະທານອົງທີ 3 ກໍຍັງໄດ້ຖືກແຕ່ງຕັ້ງເປັນຮອງປະທານ.
- ໄດ້ຖືກແຕ່ງຕັ້ງຈາກກອງປະຊຸມຜູ້ແທນຄະນະສົງທົ່ວປະເທດສະໄໝທີ 6 ເມື່ອວັນທີ 17 ມັງກອນ 2011 ໃຫ້ເປັນປະທານສູນກາງອົງການພຸດທະສາສະນາສໍາພັນລາວ ອົງທີ 4.
ຜົນງານດ້ານການຂີດຂຽນ
ນອກຈາກພຣະອາຈາຣຍ໌ໃຫຍ່ຈະເປັນພຣະສົງທີ່ເປັນແບບຢ່າງ ແລະ ເປັນແຮງບັນດານໃຈໃຫ້ແກ່ຜູ້ພົບເຫັນແລ້ວ ໂດຍສະເພາະ ເມື່ອມີຄົນມາຢ້ຽມຢາມວັດອົງຕື້ ກໍຈະເຫັນເພິ່ນເຮັດວຽກງານຕາມປົກກະຕິທຸກມື້ ໂດຍສະເພາະແມ່ນວຽກໜັກ ກ່ຽວກັບການກໍ່ສ້າງວັດວາສາສະນາ, ເພິ່ນຍັງເປັນຜູ້ທີ່ບໍ່ປ່ອຍປະທາງດ້ານການຂີດຂຽນ ແຕ່ງປື້ມທັມມະໃຫ້ແກ່ ພຸດທະສາສະນິກະຊົນໄດ້ອ່ານອີກດ້ວຍເຊັ່ນ:
1. ປື້ມປະຫວັດ ພຣະເຈົ້າໃຫຍ່ອົງຕື້.
2. ປະຫວັດ ຫຼວງປູ່ສົມເດັດລຸນ.
3. ປະຫວັດ ພຣະອາຈາຣຍ໌ ສຸກາວ ຍານະວຸດໂທ(ວິປັດສະນາຈາຣຍ໌).
4. ປະຫວັດ ພຣະລູກ ແກ້ວ ຄູນມະນີວົງ, ປື້ມອານິສົງເທດສະນາ.
5. ປະຫວັດຫຍໍ້ ພຣະອາຈາຣຍ໌ໃຫຍ່ ມະຫາຜ່ອງ ສະມາເລີກ (ອັດຕະຊີວະປະຫວັດ).
6. ພຸດທະທຳນາຍຄວາມຝັນ 16 ຂໍ້ຂອງພະຍາປັດເສນທິໂກສົນ.
7. ປື້ມສູດມົນ ແລະ ລວມບົດເທດ ອານິສົງເທສະນາ.
8. ເທດສະໜາ 10 ກັນ.
ການຍ້ອງຍໍຊົມເຊີຍ ແລະ ກຽດຕິຄຸນຕ່າງໆ
1. ໄດ້ຮັບຕຳແໜ່ງສະມະນະສັກຊັ້ນ “ອັກຄະສັດທັມມະໂຊຕິກະທະຊະ”ຈາກລັດຖະບານ ສະຫະພາບພະມ້າ ໃນປີ 2001.
2. ໄດ້ຮັບດຸດສະດີບັນດິດກິດຕິມະສັກ(ປະລິນຍາເອກສາຂາພຸດທະສາດ) ຈາກມະຫາວິທະຍາໄລ ມະຫາຈຸລາລົງກອນ ໃນປີ 2010.
3. ຫຼຽນກາພັດທະນາ.
4. ໄດ້ຮັບລາງວັນສັນຕິພາບໂລກ World Peace Award 2012 ຈາກປະທານາທິບໍດີປະເທດສີລັງກາ ເມື່ອວັນທີ 9 ພຶດສະພາ 2012 ຄັ້ງໄປຮ່ວມກອງປະຊຸມສະຫຼອງພຸດທະໄຊຍັນຕິທີ່ກຸງ ໂຄລຳໂບ.
ຄະຕິທັມປະຈຳໃຈ
ສິນ 5 ຄື ຫົນທາງສູ່ສັນຕິພາບ
ຊື່ ແລະ ນາມສະກຸນ
ພຣະອັຄຄະມະຫາສັທທັມມະໂຊຕິກະທະຊະ (ພຣະອາຈານໃຫຍ່ມະຫາງອນ ດຳຣົງບຸນ)
ສະຖານະເດີມ
ພຣະອາຈານໃຫຍ່ມະຫາງອນ ນາມສະກຸນ ດຳຣົງບຸນ ສາຍາ ເກີດໃນວັນທີ 10 ເດືອນກຸມພາ ພ.ສ. 2474 (ຄ.ສ. 1931) ປີວອກ ທີ່ບ້ານນາກາລາ ຕາແສງນາກາລາ ເມືອງສອງຄອນ ແຂວງສະຫວັນນະເຂດ ເກີດໃນຄອບຄົວຊົນເຜົ່າຜູ່ໄທ ບິດາຊື່ ທ້າວເມກ ດຳຣົງບຸນ (ເສຍຊີວິດໃນປີ ພ.ສ. 2485) ມານດາຊື່ ນາງສຸ້ຍ ດຳຣົງບຸນ (ເສຍຊີວິດໃນປີ ພ.ສ. 2507) ມີອ້າຍເອື້ອຍນ້ອງຮ່ວມແມ່ດຽວ 11 ຄົນ ແລະ ອ້າຍເອື້ອຍນ້ອງຕ່າງພໍ່ 8 ຄົນ ເຊິ່ງພຣະອາຈານໃຫຍ່ມະຫາງອນ ດຳຣົງບຸນ ເປັນລູກຄົນທີ່ 2 ຂອງຕະກູນດຳຣົງບຸນ.
ບັນພະຊາເປັນສາມະເນນ
ພຣະອາຈານໃຫຍ່ມະຫາງອນ ດຳຣົງບຸນ ບັນພະຊາເປັນສາມະເນນເມື່ອອາຍຸໄດ້ 13 ປີ ເຊິ່ງກົງກັບມື້ຂື້້ນ 7 ຄ່ຳ ເດືອນ 6 ພ.ສ. 2487 (1944) ທີ່ວັດບ້ານນາກາລາ ເມືອງສອງຄອນ ແຂວງສະຫວັນນະເຂດ ມີຍາທ່ານຈີ ກັນຕະສີໂລ ເປັນພຣະອຸປັດຊາ.



ไม่มีความคิดเห็น:
แสดงความคิดเห็น