ອົງປະກອບ ຂອງ ອພສ
1. ກໍາມະທິການປົກສົງ
ກໍາມະທິການປົກຄອງສົງ ແມ່ນກໍາມະທິການທີ່ຮັບຜິດຊອບຊີ້ນໍາລວມຂອງ ອົງການພຸດທະສາສະນາສໍາພັນລາວມີພາລະບົດບາດເປັນເສນາທິການໃຫ້ແກ່ພຣະສົງລາວທົ່ວປະເທດ ແລະ ກໍາມະທິການປົກຄອງສົງໄດ້ຈັດແບ່ງຄວາມຮັບຜິດຊອບດັ່ງນີ້:
ຂັ້ນປະເທດ ມີ ປະທານອົງການພຸດທະສາສະນາສໍາພັນລາວ ເປັນປະມຸກປະທານໃນການຊີ້ນໍາວຽກງານລວມທັງພາຍໃນ ແລະ ຕ່າງປະເທດ ເຊິ່ງອົງປັດຈຸບັນນີ້ ແມ່ນ ພຣະອາຈາຣຍ໌ ໃຫຍ່ມະຫາ ງອນ ດໍາລົງບຸນ ເປັນອົງປະທານອົງການພຸດທະສາສະນາສໍາພັນລາວ
ຂັ້ນ ນະຄອນຫຼວງ ຫື ແຂວງ ມີ ປະທານ ອພສ
ຂັ້ນເມືອງ ມີ ປະທານ ອພສ
ຂັ້ນບ້ານ ຫຼື ວັດ ມີເຈົ້າອະທິການວັດ
2. ກໍາມະທິການສຶກສາສົງ
ກັມມະທິການສຶກສາສົງ ແມ່ນມີພາລະບົດບາດໜ້າທີ່ອັນສໍາຄັນຢ່າງຍິ່ງໃນວົງການພຸດທະສາສະນາ ເຊິ່ງກັມມະທິການນີ້ມີໜ້າທີ່ຮັບຜິດຊອບໂດຍກົງຕໍ່ສະຕາກໍາການສຶກສາຂອງພຣະພິກຂຸ ສາມະເນນທີ່ເຂົ້າມາໃນພຣະທັມມະ ວິນັຍ ໂດຍໄດ້ຮັບການອະນຸມັດຂອງລັດຖະບານ ກໍ່ຄື ກະຊວງສຶກສາທິການ ແລະ ກິລາ ໃຫ້ສາຖາບັນສົງມີໂຮງຮຽນ, ວິທະຍາໄລ ແຕ່ໄດ້ນໍາເອົາຫຼັກສູດການຮຽນ ການສອນຂອງກະຊວງສຶກສາທິການ ແລະ ກິລາມາຈັດຕັ້ງປະຕິບັດສອນຕາມໂຮງຮຽນສົງສາມັນໃນຂອບເຂດທົ່ວປະເທດ. ນອກຈາກນັ້ນ ສະຖາບັນສຶກສາສົງຍັງໄດ້ເອົາຫຼັກສູດທາງພຸດທະສາສະນາເຊັ່ນ: ບາລີ, ທັມມະ,ວິນັຍ ແລະ ອຶ່ນໆ ທີ່ກ່ຽວຂ້ອງກັບພຸດທະສາສະນາມາຈັດເຂົ້າເປັນຫຼັກສູດຂອງສົງອີກດ້ວຍ
3. ກໍາມະທິການເຜີຍແຜ່ ສິນລະທັມ ແລະ ກັມມະຖານທົ່ວປະເທດ
ກັມມະທິການນີ້ ແມ່ນມີໜ້າທີ່ຮັບຜິດຊອບໃນການເຜີຍແຜ່ ນ້ອມນໍາເອົາຫຼັກພຣະທັມຄໍາສັ່ງສອນຂອງ ພຣະພຸດທະເຈົ້າມາກ່າວສອນໃຫ້ພຸດທະສາສະນິກຊົນ ແລະ/ຫຼື ບຸກຄົນທົ່ວໄປໃຫ້ໄດ້ຮັບຮູ້ ແລະ ສາມາດເຂົ້າໃຈໃນແກ່ນຄໍາສອນ ຫຼື ຄໍາສອນໃນເຊີງສິນລະທັມ ເຮັດໃຫ້ ຄົນຫັນມາປະຕິບັດຄວາມດີ ໂດຍໄດ້ຍຶດຫຼັກ ຄໍາສອນຈາກພຣະໂອດຂອງພຣະສາສະດາເປັນຕົ້ນຕໍ
4. ກໍາມະທິການສາທາລະນຸປະການ
ກັມມະທິການສາທາລະນຸປະການນີ້ ມີພາລະບົດບາດຊ່ອຍເຫຼືອສັງຄົມ ຫຼື ຮຽກວ່າ ສັງຄົມສົງເຄາະ ແລະ ບູລະນະສ້າງສາພັດທະນາວັດວາ ອາຮາມໃຫ້ມີຄວາມຮຸ່ງເຮືອງ ສິວິໄລ




ไม่มีความคิดเห็น:
แสดงความคิดเห็น