ບົດບາດຂອງ ອພສ
ພຸດທະສາສະນາ ມິບົດບາດຢ່າງໃຫຍ່ຫຼວງຕໍ່ການພັດທະນາ ແລະ ສົງເສີມຮິດຄອງປະເພນີ ວັດທະນະທໍາອັນດີງາມຂອງຊາດ ເຊິ່ງສະແດງອອກໃນທາງພຶດຕິກໍາໃນຊີວິດປະຈໍາວັນຂອງຊາວພຸດທະທັມມະກະ ເຊັ່ນ ມີການອ່ອນນ້ອມຖ່ອມຕົນ ມີສໍາມາຄາລະວະ ການນບໄຫວ້ ແລະ ອຶ່ນໆ. ຊາດລາວ ກັບ ພຸດທະສາສະນາແມ່ນຕັດແຍກຂາດອອກຈາກກັນບໍ່ໄດ້ປຽບເໝືອນນໍ້າ ກັບປາ ໃນອາດີດ ກໍ່ຄືໃນປັດຈຸບັນພຸດທະສາສະນາໄດ້ຄຽງບໍ່ຄຽງໄຫຼ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ດ້ວຍການອົບຮົມບົ່ມເພາະ ສັ່ງສອນປະຊາຊົນລາວບັນດາເຜົ່າ ໃຫ້ລະຄວາມຊົ່ວ, ສ້າງແຕ່ຄວາມດີ ແລະ ທໍາໃຈໃຫ້ຜ່ອງໃສຂາວສະອາດ. ນອກຈາກນັ້ນ, ມີຫຼາຍໂຄງການສິນລະທັມເຊັ່ນ: ໂຄງການເມດຕາທັມ, ໂຄງການພຸດທະສາສະນາເພື່ອການພັດທະນາ, ໂຄງການສະຕິມາປັນຍາເກີດ ແລະ ອຶ່ນໆ ທີ່ເປັນແມ່ແຮງຊູຍູ້ ຊ່ວຍການການພັດທະນາປະເທດຊາດ.

ไม่มีความคิดเห็น:
แสดงความคิดเห็น